ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ປ​ປ.ເກົາຫຼີ ໄປ​ຢ້ຽມ​ຢາມ ຈີນ

(VOVWORLD) - ໃນການພົບປະໃນວັນທີ 15 ທັນວາ, ຮອງລັດຖະມົນຕີສອງທ່ານໄດ້ແລກປ່ຽນທັດສະນະກ່ຽວກັບການເພີ່ມທະວີການພົວພັນກ່ອນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 75 ປີ ໃນປີ 2024.
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ປ​ປ.ເກົາຫຼີ ໄປ​ຢ້ຽມ​ຢາມ ຈີນ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Pak Myong Ho (ພາບ: Yonhap)

ວັນທີ 16 ທັນວາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ທ່ານຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Pak Myong Ho ໄດ້ມີການພົບປະເຈລະຈາກັບທ່ານຮອງລັດຖະມົນຕີການຕ່າງປະເທດ ຈີນ Sun Weidong ຢູ່ນະຄອນຫຼວງ ປັກກິ່ງ, ຈີນ ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ. ນີ້ໄດ້ຮັບຖືວ່າ ແມ່ນການຢ້ຽມຢາມຢ່າງເປັນທາງການທີ່ຫາຍາກຂອງເຈົ້າໜ້າທີ່ ສປປ.ເກົາຫຼີ ໄປຍັງ ຈີນ ນັບແຕ່ເມື່ອ ພຽງຢາງ ຈັດວາງຄຳສັ່ງປິດລ້ອມຊາຍແດນ ເພື່ອຄວບຄຸມໂລກລະບາດໂຄວິດ - 19.

ຕາມ KCNA ແລ້ວ, ໃນການພົບປະໃນວັນທີ 15 ທັນວາ, ຮອງລັດຖະມົນຕີສອງທ່ານໄດ້ແລກປ່ຽນທັດສະນະກ່ຽວກັບການເພີ່ມທະວີການພົວພັນກ່ອນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 75 ປີ ໃນປີ 2024. ນອກຈາກນັ້ນແລ້ວ, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບບັນດາ “ບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ” ແລະ “ຊຸກຍູ້ການຮ່ວມມືຍຸດທະສາດ” ລະຫວ່າງສອງປະເທດໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ