ທ່ານເລຂາທິການໃຫຍ່ Nguyen Phu Trong ພົບປະກັບຜູ້ມີສິດເລືອກຕັ້ງ ເມືອງໄຕໂຮ່, ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ Nguyen Phu Trong ພົບປະກັບຜູ້ມີສິດເລືອກຕັ້ງ ເມືອງໄຕໂຮ່, ຮ່າໂນ້ຍ - ảnh 1

ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ແລະພະນັກງານປະຊາຊົນເມືອງໄຕໂຮ່ 
(ພາບ: TTXVN)


(vovwold) - ວັນ​ທີ 5/5, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ແລະ​ບັນດາ ສສຊ ຊຸດ​ທີ 13 ​ເຂດ​ເລືອກ​ຕັ້ງ​ເລກ 1 ນະຄອນ ຮ່າ​ໂນ້ຍ ​ໄດ້​ມີ​ການພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ໄຕ​ໂຮ່. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ແລະ​ ບັນດາ ສສຊ ຊຸດ​ທີ 13 ​ເຂດ​ເລືອກ​ຕັ້ງ​ເລກ 1 ​ໄດ້​ຮັບ​ຟັງ ​ແລະ​ ຮັບ​ເອົາ​ບັນດາ​ຄຳເຫັນ​ປະກອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong, ​ຊີ້​ແຈ້ງວ່າ:

        ”ບັນດາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ມື້​ນີ້, ປະທານ​ເມືອງ,ກຳມະການ​ປະຈຳ, ຮອງ​ປະທານ​ນະຄອນ​ໄດ້​ຮັບ​ຟັງ​ໂດຍ​ກົງ​ແລ້ວ. ບັນ​ດາ​ການ​ນຳ​ກໍ່​ໄດ້​ລາຍ​ງານ​ຄືນ​ແລ້ວ ​ແລະ ​ໄດ້​ຮັບ​ຂໍ້​ທີ່​ຍັງ​ຂາດ​ຕົກ​ບົກ​ຜ່ອງຢ່າງ​ກົງ​ໄປ​ກົງ​ມາ, ອັນ​ໃດ​ຈະ​ເຮັດ​ໃນ​ໄລຍະ​ຈະ​ມາ​ເຖິງ, ອັນ​ໃດ​ຈະ​ເຮັດ​​ໃນ​ເດືອນ 5, ທ້າຍ​ປີ​ນີ້​ປະຕິບັດ​ອັນ​ໃດ​ສຳ​ເລັດ, ​ເມື່ອ​ໝັ້ນ​ໝາຍ​ແລ້ວ ​ແມ່ນ​ຕ້ອງ​ເຮັດ​ໃຫ້​ໄດ້. ອັນ​ໃດ​ປະຊາຊົນ​ຍັງ​ບໍ່​ທັນ​ຮູ້​ແມ່ນ​ຕ້ອງ​ອະທິບາຍ​ຄືນ, ຖ້າ​ຫາກ​ພວກ​ເຮົາ​ເຮັດ ​ແຕ່​ປະຊາຊົນ​ບໍ່​ຮູ້ ໝາຍ​ຄວາມ​ວ່າ​ພວກ​ເຮົາ​ຍັງ​ຂາດ​ຕົກ​ບົກ​ຜ່ອງ”

        ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຢັ້ງຢືນ​ວ່າ​ຄຳ​ເຫັນ​ທັງໝົດ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​ຖືກ​ລວບ​ລວມ, ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ​ເຊິ່ງຄາດ​ວ່າ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 21/5 ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ