ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະພົວພັນຕ່າງປະເທດສູນກາງພັກປຊຊ ກຳປູເຈຍ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊົມເຊີຍ ກຳປູເຈຍ ໄດ້ຈັດການເລືອກຕັ້ງສະພາແຫ່ງຊາດຢ່າງສຳເລັດຜົນ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະພົວພັນຕ່າງປະເທດສູນກາງພັກປຊຊ ກຳປູເຈຍ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ Prak Sokhonn, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ກຳປູເຈຍ
(ພາບ: TTXVN)

ຕອນເຊົ້າວັນທີ 18 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Prak Sokhonn, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ (CPP), ທີ່ປຶກສາຂັ້ນສູງສຸດຂອງກະສັດ ກຳປູເຈຍ Norodom Sihamoni.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊົມເຊີຍ ກຳປູເຈຍ ໄດ້ຈັດການເລືອກຕັ້ງສະພາແຫ່ງຊາດຢ່າງສຳເລັດຜົນ, CPP ຍາດໄດ້ໄຊຊະນະຢ່າງໃຫຍ່ຫຼວງ, ໄດ້ສ້າງຕັ້ງສະພາແຫ່ງຊາດ, ສ້າງຕັ້ງລັດຖະບານຊຸດໃໝ່ ແລະ ມອບໂອນສິດໃຫ້ການນຳລຸ້ນໃໝ່. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍສະໜັບສະໜູນກິດຈະການສ້າງສາ ແລະ ພັດທະນາ ກຳປູເຈຍ. ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ ຫວຽດນາມ ແລະ ກຳປູເຈຍ ສືບຕໍ່ຖືການພົວພັນດ້ານການເມືອງເປັນແກ່ນສານກຳນົດທິດສັງລວມໃຫ້ການພົວພັນລະຫວ່າງ 2 ປະເທດ; ເພີ່ມທະວີການຮ່ວມມືໃນວຽກງານການຕ່າງປະເທດ; ສ້າງບາດກ້າວບຸກທະລຸ, ຍົດສູງປະສິດທິຜົນໃນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ ແລະ ການສຶກສາ...

ສ່ວນທ່ານ Prak Sokhonn, ຢືນຢັນວ່າ ກຳປູເຈຍ ຈະສືບຕໍ່ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາສົນທິສັນຍາ, ສັນຍາ, ຂໍ້ຕົກລົງ ແລະ ຂໍ້ສະຫຼຸບລະຫວ່າງບັນດາການນຳຂັ້ນສູງຂອງ 2 ພັກ ແລະ 2 ປະເທດໃຫ້ບັນລຸປະສິດທິຜົນ.; ພ້ອມທັງເນັ້ນໜັກວ່າ, ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ທ່ານກໍ່ຈະເຮັດຈົນສຸດຄວາມສາມາດເພື່ອຊຸກຍູ້ການພົວພັນລະຫວ່າງ ກຳປູເຈຍ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ