ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ລະດົມກຳລັງໃຈແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ນະຄອນ ໂຮ່ຈີມິນ ສືບຕໍ່ລະດົມໃຈ ແລະ ເສີມຂະຫຍາຍກຳລັງແຮງທັງໝົດ, ລະດົມທຸກແຫຼ່ງກຳລັງ, ໂດຍສະເພາະແມ່ນແຫຼ່ງກຳລັງການແພດ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈຕ້ານໂລກລະບາດ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ລະດົມກຳລັງໃຈແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ)

ກ່ອນທີ່ດຳເນີນກອງປະຊຸມທາງອອນລາບຂອງຄະນະພັກນະຄອນ ໂຮ່ຈີມິນ ຜັນຂະຫຍາຍແຜນການປະຕິບັດບັນດາມາດຕະການຮີບດ່ວນ, ປ້ອງກັນ ຕ້ານໂລກລະບາດໂຄວິດ-19 ເຊິ່ງດຳເນີນໃນວັນທີ 16 ສິງຫາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໂອ້ລົມສົນທະນາໂທລະສັບກັບທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນວັນເນັນ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ມີຄວາມອົງອາດກ້າແກ່ນໃນການຮັບມືກັບໂລກລະບາດໂຄວິດ-19 ໃນໄລຍະກວ່າ 2 ເດືອນຜ່ານມາ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍບັນດາແບບຢ່າງກຳລັງແນວໜ້າ ຍາມໃດກໍ່ກຽມພ້ອມປົກປ້ອງຊີວິດອິນຊີຂອງປະຊາຊົນ, ພ້ອມທັງສົ່ງຄຳຂອບໃຈເຖິງພໍ່ແມ່ປະຊາຊົນ, ຜູ້ຊົງຄຸນວຸດທິ, ປະຊາຄົມວິສາຫະກິດ… ໄດ້ ແລະ ພວມປະກອບເຫື່ອແຮງພ້ອມກັບອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຮ່ວມແຮງຮ່ວມໃຈຕ້ານໂລກລະບາດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ນະຄອນ ໂຮ່ຈີມິນ ສືບຕໍ່ລະດົມໃຈ ແລະ ເສີມຂະຫຍາຍກຳລັງແຮງທັງໝົດ, ລະດົມທຸກແຫຼ່ງກຳລັງ, ໂດຍສະເພາະແມ່ນແຫຼ່ງກຳລັງການແພດ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈຕ້ານໂລກລະບາດ. ທ່ານເລຂາທິການໃຫຍ່ຢືນຢັນວ່າ, ສູນກາງພັກ, ກົມການເມືອງ, ຄະນະເລຂາສູນກາງພັກ, ຄະນະປະຈຳຄະນະເລຂາສູນກາງພັກ ຍາມໃດກໍ່ຕິດຕາມຢ່າງໃກ້ຊິດ, ຊີ້ນຳຢ່າງຮອບດ້ານ ເພື່ອແນໃສ່ນຳນະຄອນໂຮ່ຈີມິນ ຜ່ານຜ່າໄລຍະຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ