ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ແກ້​ໄຂ​ຜົນ​ຮ້າຍ​ຢ​້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຂຶ້ນ, ຮັກ​ສາ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -ຕອນເຊົ້າວັນທີ 4 ຕຸລາ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ຖືກໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ ຮ່າໂນ້ຍ. ເປີດສາກກອງປະຊຸມ, ບັນດາຜູ້ແທນໄດ້ສະຫງວນເວລາ 1 ນາທີ ເພື່ອອາໄລຫາພໍ່ແມ່ພີ່ນ້ອງ, ພະນັກງານ, ນັກຮົບ ຜູ້ທີ່ເສຍຊີວິດຍ້ອນໂລກລະບາດໂຄວິດ - 19.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ແກ້​ໄຂ​ຜົນ​ຮ້າຍ​ຢ​້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຂຶ້ນ, ຮັກ​ສາ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII (ພາບ: VOV.VN)

ຕາມລາຍການແລ້ວ, ໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບ ສະພາບການໂລກລະບາດໂຄວິດ - 19 ແລະ ທັດສະນະ, ແຜນນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສະພາບການໃໝ່; ສະພາບການເສດຖະກິດ - ສັງຄົມ ປີ 2021, ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມປີ 2022; ສະພາບການປະຕິບັດງົບປະມານແຫ່ງລັດປີ 2021, ແຜນງົບປະມານແຫ່ງລັດປີ 2022 ແລະ ແຜນການການເງິນ - ງົບປະມານແຫ່ງລັດ ໄລຍະ 3 ປີ 2022 – 2024; ສືບຕໍ່ຍູ້ແຮງການກໍ່ສ້າງ, ປັບປຸງພັກ, ສະກັດກັ້ນ, ລົບລ້າງການເສື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບົດ, ແບບແຜນການດຳລົງຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນ ແລະ ບາງບັນຫາສຳຄັນອື່ນໆອີກ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ: ແກ້​ໄຂ​ຜົນ​ຮ້າຍ​ຢ​້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຂຶ້ນ, ຮັກ​ສາ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV.VN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີວ່າ:

    “ສະເໜີໃຫ້ຕີລາຄາຢ່າງພາວະວິໄສ, ຮອບດ້ານສະພາບການຕ້ານໂລກລະບາດໂຄວິດ - 19, ພັດທະນາເສດຖະກິດ - ສັງຄົມ ໄລຍະ 9 ເດືອນຕົ້ນປີ, ຄາດຄະເນສະພາບການຮອດທ້າຍປີ 2021, ໂດຍສະເພາະແມ່ນຄາດຄະເນສະພາບການໂລກລະບາດໂຄວິດ - 19 ໃນໂລກ ແລະ ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ. ເອົາໃຈໃສ່ເຖິງການສະຫຼຸບ, ຕີລາຄາຄວາມຈຳເປັນ, ລັກສະນະຄວາມຖືກຕ້ອງ, ປະສິດທິພາບ, ປະສິດທິຜົນ, ກໍຄືບັນດາຂໍ້ຈຳກັດໃນການປະກາດໃຊ້ ແລະ ຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ, ມາດຕະການໃໝ່ເພື່ອແກ້ໄຂບັນດາບັນຫາໃນພາກຕົວຈິງ ໃນວິວັດການທັງປ້ອງກັນ, ຕ້ານໂລກລະບາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນໂລກລະບາດກໍ່ຂຶ້ນ, ທັງຮັກສາ, ພັດທະນາເສດຖະກິດ - ສັງຄົມໃນໄລຍະຜ່ານມາ. ປຽບທຽບ, ໄຈ້ແຍກຄວາມສາມາດປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ ທີ່ໄດ້ຄາດຄະເນໃນປີ 2021.”

ຄາດວ່າ, ກອງປະຊຸມຈະເຮັດວຽກຮອດວັນທີ 7 ຕຸລາ ຈຶ່ງຈະອັດລົງ

ຕອບກັບ

ຂ່າວ/ບົດ​ອື່ນ