ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖະຫວາຍທູບທຽນອາໄລຫາເລຂາທິການໃຫຍ່ ເລຢວນ, ເຈືອງຈິງ

(VOVWORLD) - ເນື່ອງໃນໂອກາດບຸນເຕັດປີຈໍ 2018 ແລະ ສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດ (03/02/1930).
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖະຫວາຍທູບທຽນອາໄລຫາເລຂາທິການໃຫຍ່ ເລຢວນ, ເຈືອງຈິງ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໄດ້ຖະຫວາຍທູບທຽນອາໄລຫາເລຂາທິການໃຫຍ່ ເລຢວນ

ຕອນເຊົ້າວັນທີ 14 ກຸມພາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ຖະຫວາຍທູບທຽນອາໄລຫາເລຂາທິການໃຫຍ່ ເລຢວນ, ເລຂາທິການໃຫຍ່ ເຈືອງຈິງ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຫວນຄືນບັນດາຄຸນງາມຄວາມດີ, ການປະກອບສ່ວນອັນໃຫຍ່ຫລວງຂອງເລຂາທິການໃຫຍ່ ເລຢວນ, ເລຂາທິການໃຫຍ່ ເຈືອງຈິງ ໃນພາລະກິດການປະຕິວັດຂອງພັກ, ຂອງປະເທດຊາດ; ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄົນລຸ້ນກ່ອນ, ບັນດາຜູ້ທີ່ປະກອບກຳລັງເຫື່ອແຮງເພື່ອສ້າງສາປະເທດຊາດຄືປັດຈຸບັນ. ໃນບັນຍາກາດທີ່ອົບອຸ່ນຂອງວັນບຸນເຕັດປີຈໍ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຢ້ຽມຢາມຖາມຂ່າວກ່ຽວກັບສະພາບຊີວິດການເປັນຢູ່, ການຮ່ຳຮຽນ, ເຮັດວຽກຂອງຍາດຕິພີ່ນ້ອງຄອບຄົວເລຂາທິການໃຫຍ່ ເລຢວນ, ເລຂາທິການໃຫຍ່ ເຈືອງຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ