ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ຮ່າໂນ້ຍ

(VOVWORLD) -ວັນທີ 8 ສິງຫາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ພ້ອມດ້ວຍຄະນະ ສ.ສ.ຊ ນະຄອນຮ່າໂນ້ຍ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງບາດິງ, ເມືອງຮ່ວານກ້ຽມ ແລະ ເມືອງໄຕໂຮ່. 
ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ຮ່າໂນ້ຍ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງຮ່ວານກ້ຽມ, ຮ່າໂນ້ຍ 

ທີ່ການພົບປະ,  ຜູ້ມີສິດເລືອກຕັ້ງ ຕ່າງກໍຕີລາຄາສູງເນື້ອໃນກອງປະຊຸມສະໄໝສາມັນເທື່ອນີ້ຂອງສະພາແຫ່ງຊາດ ແລະ ເຊື່ອໝັ້ນວ່າ ກອງປະຊຸມສະພາແຫ່ງຊາດຈະປະສົບຜົນສຳເລັດຢ່າງດີງາມ ແລະ ສຳເລັດບັນດາເປົ້າໝາຍ, ໂຄງການທີ່ໄດ້ວາງອອກ. ເພື່ອຕອບແທນຕໍ່ຄວາມເຊື່ອໝັ້ນ ແລະ ຄວາມເຫັນດີຢ່າງສູງຂອງຜູ້ມີສິດເລືອກຕັ້ງທີ່ມີຕໍ່ເລື່ອງສູນກາງສະເໜີທ່ານຫງວຽນຟູ້ຈ້ອງເພື່ອໃຫ້ສະພາແຫ່ງຊາດແຕ່ງຕັ້ງເປັນປະທານປະເທດ, ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຊີ້ແຈ້ງວ່າ : 

    “ ນີ້ບໍ່ແມ່ນກໍລະນີຄວບຕຳແໜ່ງ, ນີ້ແມ່ນກໍລະນີທີ່ທີ່ໂຊກບໍ່ດີ ເຊິ່ງທ່ານປະທານປະເທດ ເຈີນດ້າຍກວາງ ເຖິງແກ່ມໍລະນະກຳ, ປະຈຸບັນ ຕຳແໜ່ງປະທານປະເທດຖືກວ່າງ ແລະ ຕ້ອງມີຜູ້ດຳລົງຕຳແໜ່ງນີ້ໃນທັນທີ່. ສູນກາງພັກໄດ້ເຫັນດີຢ່າງສູງ ສະເໜີເລຂາທິການໃຫຍ່ພັກກອມມູນິດຫວຽດນາມເພື່ອໃຫ້ສະພາແຫ່ງຊາດແຕ່ງຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ. ຫາງສຽງຢູ່ພາຍໃນປະເທດ ແລະ ສາກົນກໍໄດ້ເຫັນດີ ແລະ ສະໜັບສະໜູນ ” 

ຕອບກັບ

ຂ່າວ/ບົດ​ອື່ນ