ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຈລະຈາກັບທ່ານປະທານາທິບໍດີລັດເຊຍ V.Putin

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຈລະຈາກັບທ່ານປະທານາທິບໍດີລັດເຊຍ V.Putin - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ ພົບປະກັບ
ທ່ານ​ນາງ​ປະທານ​ສະພາ​ສູງລັດ​ເຊຍ V.Matviyenko)


(vovworld) – ​ ​ວັນ​ທີ 25/11, ​​ການ​ເຈລະຈາລະຫວ່າ​ງທ່ານ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ແລະ ​ທ່ານ​ປະທານານາ​ທິບໍດີ​ລັດ​ເຊຍ Vladimir Putin ຖືກ​ດຳ​ເນີນ​ໄປໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ຢ່າງ​ເປັນທາງ​ການຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ​​ ​ແລະ​ ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ມີ​ການພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍວັນ​ທີ 24/11, ທີ່​ການ​ພົບ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ, ທ່ານ​ນາງ​ປະທານ​ສະພາ​ສູງລັດ​ເຊຍ V.Matviyenko ​ແລະ ທ່ານຜູ້​ຮັກສາ​ການປະທານ​ສະພາ​ຕໍ່າ I.Melnikov ​ຢືນຢັນ​ວ່າ, ບັນດາ​ພັກ​ຝ່າຍ​ໃນ​ສະພາ​ແຫ່ງ​ຊາດ​ລັດ​ເຊຍ ລ້ວນ​ແຕ່​ເຫັນ​ດີສະໜັບສະໜູນ​ການ​ພົວພັນ​ມິດຕະພາບ, ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ. ​ເລື່ອງ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮ​ອບດ້ານ​ກັບ​ຫວຽດນາມ ​ແມ່ນ​ແຜນ​ນະ​ໂຍບາຍ​ຍຸດ​ທະ​ສາດຂອງ​ສະຫະພັນ​ລັດ​ເຊ​ຍ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ການ​ນຳ​ສະພາ​ແຫ່ງ​ຊາດ​ສະຫະພັນ​ລັດ​ເຊ​ຍ ຖື​ວ່າ, ບັນດາ​ການ​ຂັດ​ແຍ້​ງກັນຢູ່​ພາກ​ພື້ນ​ອາຊີ - ​ປາຊີ​ຟິກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ສົນທິສັນຍາຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

        ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ ​ແລະ ການ​ນຳ 2 ສະພາ​ສູງ ​ແລະ ສະພາ​ຕຳ່​ຂອງ​ລັດ​ເຊຍ ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ 2 ປະ​ເທດ​ຈະ​ຫັນ​​ເປັນ​ລະອຽດບັນດ​າຂໍ້​ຕົກລົງ​ຮ່ວມ​ມືຜ່ານ​ແຜນການ​ເຄື່ອນ​ໄຫວ​ລະຫວ່າງ​ບັນດາກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ໂດຍ​ໄວ; ສະ​ໜັບສະ​ໜູນ​ການ​ຊຸກຍູ້​​ເພື່ອ​ສິ້ນ​ສຸດ​ການ​ເຈລະຈາ​​ ​ແລ​ະ ລົງ​ນາມ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ພັນທະ​ມິດ​ພາສີ​ກັບ​ຫວຽດນາມ ໂດຍ​ໄວ. ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ຮໍ່າຮຽນ, ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊຍ ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ…

        ​ແລະ​ກໍ່​ໃນ​ວັນ​ທີ 24/11, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ໄປ​ຢ້ຽມຢາມ​ກຸ່ມ​ບໍລິສັດ Zarubezhneft, ​ເປັນ​ໜຶ່ງ​ໃນ​ບັນດາ​ກຸ່ມ​ບໍລິສັດ​ນຳ​ມັນ​ອາຍ​ແກັດ​ອັນ​ດັບ​ໜຶ່ງ​ຂອງ​ລັດ​ເຊຍ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ສົ່ງ​ເສີມ, ສະໜັບ​ສະ​ໜູນ​ກຸ່ມ​ບໍລິສັດ​ເປີດ​ກວ້າງ​ຂອບ​ຂະໜາດ​ການ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ