ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຢາລາຍ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຢາລາຍ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ ຢາ​ລາຍ
(ພາບ: TTXVN)

(vovworld) - ​ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ ຢາ​ລາຍ ​ໃນ​ວັນ​ທີ 13/04, ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ ບັນດາ​ຄວາມ​ສະ​ດວກ​ພື້ນຖານ ​ແລະ ກໍ່​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຂວງ ຢາ​ລາຍ, ທັງ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ. ​ໃນ​ນັ້ນ ຢາ​ລາຍ ມີ​ເງື່ອນ​ໄຂ​ອາກາດ, ທີ່​ດິນ​ສະດວກ​ໃຫ້ການພັດທະນາຕົ້ນ​ໄມ້​ອຸດສາຫະກຳ (ກາ​ເຟ, ຢາງພາລາ, ໝາກພິກ​ໄທ); ມີ​ຊັບພະຍາກອນ​ໂລຫະ​ລ້ຳ​ຄ່າ​ຫລາຍ​ຢ່າງ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ຊົນລະປະທານ, ການທ່ອງທ່ຽວ​ຊີວະ​ພາບ, ການທ່ອງທ່ຽວ​ວັດທະນະທຳ, ປະຫວັດສາ​ດ, ມີ​ມູນ​ເຊື້ອ​ຕໍ່ສູ້​ປະຕິວັດ​ຢ່າງອົງ​ກາດ​ກ້າຫານ; ​ແມ່ນ​ບໍລິ​ເວນ​ຍຸດ​ທະ​ສາດ​ກ່ຽວ​ກັບ​ດ້ານ​ປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ, ນອນ​ໃນ​​ໃຈກາງ​ຂອງ​ເຂດ 3 ຫຼ່ຽມພັດທະນາ ຫວຽດນາມ - ກຳປູ​ເຈຍ - ລາວ. ທ່ານ​ເລຂາທິການ​ໃຫຍ່ ກໍ່​ຊີ້​ແຈ້ງວ່າ ຄຽງ​ຂ້າງ​ການ​ພັດທະນາ​ກະສິກຳ​ປ່າ​ໄມ້ມີ​ລະດັບ​ສູງ, ຢາ​ລາຍ ກໍ່​ຕ້ອງ​ພັດທະນາ​ອຸດສາຫະກຳ, ທ່ອງ​ທ່ຽວ; ​ເອົາ​ໃຈ​ໃສ່​ພັດທະນາ​ການ​ສຶກສາ, ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ.


ຕອບກັບ

ຂ່າວ/ບົດ​ອື່ນ