ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຮ່າຢາງ


ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຮ່າຢາງ - ảnh 1

(ພາບປະກອບ)

(vovworld) –​​​​ວັນ​ທີ 27/8, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຮ່າ​ຢາງ. ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 27/8, ທ່ານ​ເລຂາທິການ​ໃຫ່ຍ​ ຫງວຽນ​ຟູ​ຈ້ອງ ​ໄດ້​​ໄປ​ຢ້ຽມຢາມ​ບາງ​ຫົວໜ່ວຍ​ເສດຖະກິດ​ໃນ​ບໍລິ​ເວນ​ແຂວງ, ​ໃນ​ນັ້ນມີ​ເຂດ​ອຸດສາຫະກຳ​ບິ່ງ​ວ່າງ ຢູ່​ເມືອງ​ວິ​ຊວຽນ, ​ໂຄງການ​ກໍ່ສ້າງໂຮງງານ​ຜະລິດ​​ແຮ່​ເຫຼັກ​ຂອງ​ບໍລິສັດ​ຫຸ້ນ​ສ່ວນ​ລົງທຶນ​ແຮ່​ໂລຫະ​ອາ​ນທົງ, ບໍລິສັດ​ຫຸ້ນ​ສ່ວນ​ກະສິກຳ​ປ່​າໄມ້​ບິ່ງ​ມິ​ງ 3. ກ່າວ​ຄຳ​ເຫັນ​ທີ່ບໍລິສັດ​ຫຸ້ນ​ສ່ວນ​ກະສິກຳ​ປ່​າໄມ້​ບິ່ງ​ມິ​ງ 3, ທ່ານ​ເລຂາທິການ​ໃຫ່ຍຖື​ວ່າ, ດ້ວຍ​ເງື່ອນ​ໄຂ​ດິນ​ຟ້າ​ອາກາດ ​ແລະ ທີ່​ດິນ​ເໝາະ​ສົມ, ຮ່າ​ຢາງ​ ຈະ​ສາມາດ​ພັດທະນາ​ການ​ປູກ​ຕົ້ນຢາ​ສະ​ໝູນ​ໄພ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ ປຊຊ.

  ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ​ໄດ້​​​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ ​ແລະ ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ​ຮ່າ​ຢາງ./.

ຂ່າວ/ບົດ​ອື່ນ