ທ່ານເລຂາທິການໃຫຍ່ ຫງວຽນຟຸ້ຈ້ອງເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນຂະແໜງຍຸດຕິທຳ

ທ່ານເລຂາທິການໃຫຍ່ ຫງວຽນຟຸ້ຈ້ອງເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນຂະແໜງຍຸດຕິທຳ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່ພັກ​ກອ​ມມູ​ນິດ ຫງວຽນ​ຟຸ້​ຈ້ອງກ່າວ​ຄຳ​ເຫັນ​ທີ່
ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ຂອງ​ຂະ​ແໜງ​ຍຸດ​ຕິ​ທຳ


(vovworld)-ຕອນ​ບ່າຍ​ວັນ​ທີ 24/8, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຍຸດ​ຕິ​ທຳ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ຂອງ​ຂະ​ແໜງ​ຍຸດ​ຕິ​ທຳ (28/8/1945-28/8/2015) ແລະ​ຕ້ອນ​ຮັບຫຼຽນ​ໄຊ​ເອ​ກະ​ລາດ​ຊັ້ນ 1. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ເລ​ຂາ​ທິການ​ໃຫຍ່ພັກ​ກອ​ມມູ​ນິດ ຫງວຽນ​ຟຸ້​ຈ້ອງ ໄດ້​ຊົ​ມເຊີຍບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ຂອງ​ຂະ​ແໜງ​ຍຸດ​ຕິ​ທຳຫວຽດ​ນາມ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸ້​ຈ້ອງ ເນັ້ນ​ໜັກ​ວ່າ :

    “ ຕ້ອງ​ຖື​ເປັນ​ສຳ​ຄັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ. ຢາກ​ໄດ້​ເຊັ່ນ​ນັ້ນ, ຕ​ກໍ​ຕ້ອງ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ໂຄ​ສະ​ນາ, ສຶກ​ສາ​ອົບ​ຮົ​ມ, ເຜີຍ​ແຜ່​ກົດ​ໝາຍ ແລະ ຖື​ວ່າ ນີ້​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ຂອງວຽກ​ງານ​ສຶກ​ສາ​ອົບ​ຮົມ​ການ​ເມືອງ​ແນວ​ຄິດ, ແມ່ນ​ໜ້າ​ທີ່​ຂອງ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ​ຂອງ​ທັງ​ລະ​ບົບ​ການ​ເມືອງ, ດ້ວຍ​ຈຸດ​ໝາຍ​ສຸດ​ທ້າຍ​ແມ່ນ​ໜູນ​ຊ່ວຍ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ທຸກໆ​ຄົນ, ອົງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມກ   ົດ​ໝາຍ ”

 

 

ຂ່າວ/ບົດ​ອື່ນ