ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານາທິບໍດີBarackObama

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານາທິບໍດີBarackObama - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນຟູ​ຈ້ອງ ​
​ຕ້ອນຮັບ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama

(vovworld) - ​ ຕອນ​ບ່າຍ​ວັນ​ທີ 23/05 ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ທີ່​ພວມ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຕີ​ລາຄາ​ສູງ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ Barack Obama, ຖື​ນີ້​ແມ່ນ​ການ​ຢັ້ງຢືນຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາຂອງ​ການ​ນຳ 2 ປະ​ເທດ​ສຳລັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ​້ານ ຫວຽດນາມ - ອາ​ເມ​ລິ​ກາ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ ຫວຽດນາມ ສືບ​ຕໍ່​ຖື ອາ​ເມລິ​ກາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມືສຳຄັນ​ແຖວ​ໜ້າ ​ແລະ ​ເນັ້ນ​ໜັກວ່າ 2 ຝ່າຍ​ຄວນ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ບົນ​ພື້ນຖານ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜນດິນ​ອັນ​ຄົບ​ຖ້ວນ ​ແລະ ລະບອບ​ການ​ເມືອງ​ຂອງ​ກັນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື, ພັດທະນາ ​ແລະ ວັດທະນາ​ຖາວອນ​ລວມ​ໃນ​ພາກ​ພື້ນ ​ແລະ ​ໂລກ. ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊົມ​ເຊີຍ​ບັນດາ​ຖະ​ແຫຼ​ງ ການ ​ແລະ ການ​ກະທຳ​ຂອງ​​ປະ​ເທດຕ່າງໆ ​ໃນ​ນັ້ນ​ມີ ອາ​ເມ​ລິ​ກາ, ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຮັກ​ສາ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ; ພ້ອມ​ທັງ ຢືນຢັນ ຄືນ​ໃໝ່​ຫຼັກ​ໝັ້ນ​ຂອງ ຫວຽດນາມ ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ບົນ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ການ​ທູດ ​ແລະ ນິຕິ​ກຳ ບົນ​ພື້ນຖານ​ເຄົາລົບ​ກົດ​ໝາຍສາກົນ.

        ສ່ວນ​ທ່ານ​ປະທານາທິບໍດີ Barack Obama ຕີ​ລາຄາ​ສູງ​ບົດບາດ ​ແລະ ວິ​ໄສ​ທັດ​ຂອງ​ພັກ​ກອມມູນິດ ຫວຽດນາມ ​ໃນ​ການ​ຊີ້​ນຳ​ນຳ​ພາ​ປະ​ເທດຊາດ ຍາດ​ເອົາ​ບັນ​ດາ​ຜົນ​ງານ​ອັນໃຫຍ່​ຫລວງ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ປະທານາທິບໍດີ Barack Obama ຢືນຢັນ​ວ່າ ອາ​ເມ​ລິ​ກາ ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ພາກ​ພຶ້ນ; ທ່ານ​ເນັ້ນ​ໜັກ​ວ່າ ຈະ​ເຮັດ​ວຽກງານທຸກ​ຢ່າງ​ ​ເພື່ອຊຸກຍູ້​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ບູລິ​ມະ​ສິດ, ພິ​ເສດ​ແມ່ນ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​ ​ເພື່ອໃຫ້ ຫວຽດນາມ ປະຕິບັດ TPP, ຕາມ​ຈິດ​ໃຈ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານລະຫວ່າງ 2 ປະ​ເທດ​​ໃນປີ 2013 ​ແລະ ຖະ​ແຫຼ​ງການ​ວິ​ໄສ​ທັດ​ລວມ​ ຫວຽດນາມ - ອາ​ເມ​ລິ​ກາ ປີ 2015. ທ່ານ​ປະທານາທິບໍດີ Barack Obama ຢືນຢັນ​ວ່າ ​ເລື່ອງຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດລ້າງຜານ​ໃຫ້ ຫວຽດນາມ ຢ່າງ​ສົມບູນ​ແບບ ​ແມ່ນ​ແນ​ໃສ່​ປະກອບສ່ວນ​ສ້າງ​ການ​ຫັນປ່ຽນ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານາທິບໍດີ Barack Obama ຍົກອອກຄວາມ​ຈຳ​ເປັນຕ້ອງ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ທາງ​ການບິນ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດ​ໝາຍ​ສາກົນ. ທ່ານ​ປະທານາທິບໍດີ Barack Obama ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ພັດທະນາ​ຢ່າງແຮງ​ກ່ວາ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​​ແຕ​່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໂລກ

ຂ່າວ/ບົດ​ອື່ນ