ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະ,ອວຍພອນປີໃໝ່ບັນດານັກປະຕິວັດອາວຸໂສ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະ,ອວຍພອນປີໃໝ່ບັນດານັກປະຕິວັດອາວຸໂສ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟ​ຸຈ້ອງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 27/01, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ມີ​ການ​ພົບ​ປະ, ອວຍພອນ​ປີ​ໃໝ່ບັນດາ​ນັກ​ປະຕິວັດ​ອາວຸ​ໂສ, ບັນດາ​ການ​ນຳ, ອະດີດ​ການ​ນຳ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ພະນັກງານບັນດາ​ອົງກາ​ນຂັ້ນສູນ​ກາງ ​ແລະ ນະຄອນ​ຮ່າ​ໂນ້ຍ.

        ກ່າວ​ຄຳ​ເຫ​ັນທີ່​ພິທີ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟ​ຸຈ້ອງ ​ເນັ້ນ​ໜັກ​​ເຖິງ​ບັນດາ​ຜົນງານ​ເຊິ່ງຫວຽດນາມ ບັນລຸ​ໄດ້​ໃນ​ປີ 2013 ​ເຊິ່ງ​ແມ່ນ​ໝາກຜົນ​ຂອງ​ຄວາມ​ມານະ​ພະຍາຍາມ​ອັນໃຫຍ່​ຫຼວງ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ໂດຍພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ອັນ​ຖືກ​ຫຕ້ອງ​ຂອງ​ພັກ, ການ​ບໍລິຫານ​ຂອງ​ລັດ​ຢ່າງ​ຕັ້ງໜ້າ. ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຊີ້​ແຈ້ງວ່າ.

        “ປີ 2014, ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ຕ້ອງ​ສືບ​ຕໍ່ສູ້​ຊົນ​ປະຕິ​ບັດ​ຄາດໝາຍ ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້; ຟື້ນ​ຟູ​ການ​ເຕີບ​​ໂຕ ​ແລະ ຍົກ​ສູງ​ຄວາມ​ສາມາ​ດ​ແກງ​ແຍ່ງ​ຂອງ​ພື້ນຖານ​ເສດຖະກິດ; ຮັບປະກັນ​ຊີວິດ​ສັງຄົມ, ສະ​ວັດ​ດີກາ​ນສັງຄົມ ​ແລະ ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ. ພ້ອມ​ກັນ​ນັ້ນ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການຈັດຕັ້ງມະຫາຊົນ; ສືບ​ຕໍ່​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ຕິດ​ພັນ​ກັບ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ​ເປັນ​ຢ່າງ​ດີ; ສ້າງ​ການ​ຫັນປ່ຽນ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​​ແຮງ; ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ຢ່າງ​ມີ​ໄຊ; ພ້ອມ​ທັງ​ຮີບ​ເຮັ່ງ​ກະກຽມບັນດາວຽກ​ງານ​ດັ່ງກ່າວ​ເພື່ອ​ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງທີ 12 ຂອງ​ພັກ. ​ເພື່ອ​ບັນລຸ​ໄດ້​ບັນດາ​ຄາດໝາຍ​ດັ່ງກ່າວ, ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ ຕ​້ອງ​ເພີ່ມທະ​ວີ​ຄວາມ​ສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ຄຸນ​ນະ​ທາດ ​ແລະ ສະຕິປັນຍາ​ ​ຫວຽດນາມ, ຕັດ​ສິນ​ໃຈ​ສ້າງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຈະ​ເລີ​ນຮຸ່ງ​ເຮືອງ, ປະຊາ​ຊົນ​ມີ​ຄວາມ​ຜາ​ສຸກ”.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່​ການ​ອວຍພອນ​ປີ​ໃໝ່​ບັນດາ​ພະນັກງານ, ລັດຖະກອນ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຮຽກຮ້ອງ​ໃຫ້​ຫ້ອງວ່າການ​ສູນ​ກາງ​ ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ເປັນ​ເສນາ​ທິການ, ຮັບ​ໃຊ້​ບັນດາ​ອົງການ​ຊີ້​ນຳ​ນຳພາ​ຂອງ​ພັກ, ເຊິ່ງຕົ້ນຕໍ່ແມ່ນ​ກົມ​ການ​ເມືອງ, ຄະນະ​ເລຂາສູນກາງພັກ, ຈັດ​ຕັ້ງ, ປະຕິບັດ ​ແລະ ສຳ​ເລັດ​ບັນດາ​​ໂຄງການ​ດຳເນີນງານ​ໃນ​ປີ 2014.

ຂ່າວ/ບົດ​ອື່ນ