ທ່ານເລຂາທິການໃຫຍ່ແລະປະທານປະອວຍພອນອາຍຸຍືນອະດີດເລຂາທິການໃຫຍ່ໂດເມື່ອຍ

(VOVWORLD) - ຕອນບ່າຍວັນທີ 2 ກຸມພາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມາຢ້ຽມຢາມແລະ ອວຍພອນອາຍຸຍືນທ່ານ ໂດເມື່ອຍ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກທີ່ເຮືອນສ່ວນຕົວຂອງເພິ່ນ.
ທ່ານເລຂາທິການໃຫຍ່ແລະປະທານປະອວຍພອນອາຍຸຍືນອະດີດເລຂາທິການໃຫຍ່ໂດເມື່ອຍ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ອວຍພອນອາຍຸຍືນອະດີດເລຂາທິການໃຫຍ່ໂດເມື່ອຍ  (ພາບ: TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ອວຍພອນທ່ານ ອະດີດເລຂາທິການໃຫຍ່ ໂດເມື່ອຍ ຈົ່ງມີພະລານາໄມສົມບຸນ, ມີອາຍຸຍືນ; ພ້ອມທັງແຈ້ງບາງຈຸດກ່ຽວກັບສະພາບການຂອງປະເທດຊາດ ແລະ ບັນດາວຽກງານເຊິ່ງພັກ, ລັດ ພວມຊີ້ນຳຜັນຂະຫຍາຍ, ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ, ນຳປະເທດຊາດສືບຕໍ່ພັດທະນາຢ່າງແຮງ ແລະ ໝັ້ນຄົງ, ເຊື່ອມໂຍງເຂົ້າກັບສາກົນສຳເລັດຜົນ, ປະຕິບັດທິດນຳ ສາມັກຄີ - ສະຖຽນລະພາບ - ພັດທະນາ.

ແລະ ກໍ່ໃນຕອນບ່າຍວັນທີ 2 ກຸມພາ, ທ່ານ ປະທານປະເທດ ເຈິ່ນດ້າຍກວາງ ກໍ່ໄດ້ຢ້ຽມຢາມ, ອວຍພອນປີໃໝ່, ອວຍພອນອາຍຸຍືນອະດີດເລຂາທິການໃຫຍ່ ໂດເມື່ອຍ.

ທ່ານ ປະທານປະເທດ ເຈິ່ນດ້າຍກວາງ ຢືນຢັນຈະສືບທອດ, ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງພັກ, ຂອງຊາດ, ນຳ້ໃຈສາມັກຄີເປັນເອກະພາບ, ມານະພະຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດສຳເລັດໜ້າທີ່; ພ້ອມທັງເຊື່ອໝັ້ນວ່າປະເທດຊາດຈະໝູນໃຊ້ກາລະໂອກາດຢ່າງສຸດຂີດ, ຜ່ານຜ່າການທ້າທາຍ, ຄວາມຫຍຸ້ງຍາກເພື່ອປະຕິບັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ເຊິ່ງໄດ້ວາງອອກໃນປີ 2018 ແລະ ໃນຊຸມປີຕໍ່ໄປຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ