ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຢູ່ລາວ ອວຍພອນ 60 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຢູ່ລາວ ອວຍພອນ 60 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ - ảnh 1


(vovworld) – ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ ລາວ (22/3/1955 – 22/3/2015), ວັນ​ທີ 18/3, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ຢູ່ ລາວ ຫງວຽນ​ແມງ​ຮຸ່ງ ​ໄດ້​ໄປ​ອວຍ​ ພອນຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ, ພັ​ກປະຊາຊົນ​ປະຕິວັດ ລາວ, ຫ້ອງວ່າການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ອວຍ​ໄຊ​ໃຫ້​ພອນ​ບັນດາ​ຜົນງານ​ຍິ່ງ​ໃຫຍ່​ທີ່​ພັກ​ປະຊາຊົນ​ປິ​ຕິ​ວັດ ລາວ ​ຍາດ​ມາໄດ້​ໃນ​ຕະຫຼອດໄລຍະ​​ປະຫວັດ​ສາດ​ອັນສະຫງ່າ​ລາສີ​ 60 ປີ​ທີ່​ຜ່ານ​ມາ, ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ຜົນງານ​​ໃຫຍ່ຫຼວງ​ໃນ​ກິດຈະການປ່ຽນ​ໃໝ່​ພັດທະນາ​ປະ​ເທດ ລາວ ​ໃນປະຈຸ​ບັນ, ທ່ານ​ເອກ​ອັກ​ຕະລັດຖະທູດ ຫງວຽນ​ແມງ​ຮຸ່ງ​ປາດ​ຖະໜາ​ຢາກວ່າ: ຍາມ​ໃດ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ​ ​​ກໍ່ຮຽງ​ບ່າ​ຮຽງ​​ໄຫຼ່, ບັນລຸ​ໄດ້​ຜົນງານ​ໃຫຍ່​ຫຼວງ​ຫຼາຍ​ຢ່າງໃນ​ກິດຈະການ​ສ້າງສາ ​ແລະ ປົກ​ປັກ​ຮັກສາປະ​ທາດ​ຊາດ​ໃນປະຈຸ​ບັນ ແລະ ອວຍພອນ​ການ​ພົວພັນ​ຮ່ວມມື​ແບບພິ​ເສດ​ຮອບດ້ານ ຫວຽດນາມ - ລາວ ໝັ້ນຄົງ​ຕະຫຼອດ​ໄປ.

    ວັນ​ທີ 18/3, ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ, ລາວ, ​ໄດ້​ດຳ​ເນີນພິທີ​ລົງ​ນາມ​ໃນຂໍ້​ຕົກລົງ​ຮ່ວມ​ມື​ບຳລຸງ​ສ້າງ​ລະຫວ່າງ​ໂຮງຮຽນ​ວິທະຍາ​ໄລໂທລະພາບ (ຫວຽດນາມ) ​ແລະ ​ໂທລະພາບ​ແຫ່ງ​ຊາດ ລາວ. ຕາມ​ເນື້ອ​ໃນ​ຂໍ້​ຕົກລົງ,​​ແຕ່ລະ​ປີໂຮງຮຽນ​ວິທະຍາ​ໄລ​ໂທລະພາບ ຫວຽດນາມ ​ຈະ​ຮັບນັກ​ສຶກສາ ລາວ 10 ຄົນ, ​ໃນ​ໄລຍະ 3 ປີ ​ແຕ່ 2015 ​ເຖິງ 2017 ດ້ວຍ​ຮູບ​ການບຳລຸງ​ສ້າງ​ລວມສູນ​ການ​ກຳນົດຂອງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງຫວຽດນາມ.  

ຂ່າວ/ບົດ​ອື່ນ