ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອີນໂດເນເຊຍຍື່ນສານຕາຕັ້ງຢູ່ຕີມໍຕາເວັນອອກ

ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອີນໂດເນເຊຍຍື່ນສານຕາຕັ້ງຢູ່ຕີມໍຕາເວັນອອກ - ảnh 1
ທ່ານ ຮ່​ວາງ​ແອງຕ໋ວນ ຍື່ນສານຕາຕັ້ງໃຫ້
​ທ່ານ Taur Matan Ruak ປະ​ທານ​​ທິ​ບໍ​ດີ ຕີ​ມໍ​ຕາ​ເວັນອອກ
(ພາບ: ອິນເຕີແນັດ)

(vovworld) - ວັນ​ທີ 27/9, ທ່ານ ຮ່​ວາງ​ແອງຕ໋ວນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອີນ​ໂດ​ເນ​ເຊຍ, ທັງ​ເປັນ​ຜູ້​ຮັບຜິດຊອບໜ້າ​ທີ​ການ​ທູດ ປະ​ຈຳ ຕີ​ມໍ​ຕາ​ເວັນອອກ​ ໄດ້ຍື່ນສານຕາຕັ້ງ ໃຫ້​ທ່ານ Taur Matan Ruak ປະ​ທານ​​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດປະ​ຊາ​ທີ​ປະ​ໄຕ ຕີ​ມໍ​ຕາ​ເວັນອອກ. ທີ່​ການ​ຕ້ອນ​ຮັບ ທ່ານ ຮ່​ວາງ​ແອງຕ໋ວນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ພາຍຫຼັງ​ພິ​ທີຍື່ນສານຕາຕັ້ງ, ທ່ານ ປະ​ທານ​​ທິ​ບໍ​ດີ Taur Matan Ruak ໄດ້​ຕີ​ລາ​ຄາ​ສູງ ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງສອງ​ປະ​ເທດ ​ດ້ວຍ​ເລື່ອງ​ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ​ໄດ້ທຳ​ອິດ​ຮັບ​ຮູ້​ພື້ນ​ຖານ​ເອ​ກະ​ລາດ ຂອງ ຕີ​ມໍ​ຕາ​ເວັນອອກ, ສະ​ໜັບ​ສະ​ໜູນ ຕີ​ມໍ​ຕາ​ເວັນອອກ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ ອາ​ຊຽນ​ໂດ​ຍ​ໄວ ແລະ ໜູນ​ຊ່ວຍ​ປະ​ຊາ​ຊົນຕີ​ມໍ​ຕາ​ເວັນອອກ ໃນ​ການພັດ​ທະ​ນາ​​ເສດ​ຖະ​ກິດ​ປະ​ເທດຊາດ. ທ່ານ ປະ​ທານ​​ທິ​ບໍ​ດີ Taur Matan Ruak ຫວັງ​ວ່າ ດ້ວຍ​ຖາ​ນະ​ຕຳ​ແໜ່ງ​ເປັນເອກ​ອັກ​ຄະລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ສາ​ທາ​ລະ​ນະ​ລັດ ອີນ​ໂດ​ເນ​ເຊຍ, ທັງ​ເປັນ​ຜູ້​ຮັບຜິດຊອບ ປະ​ຈຳ ສາ​ທາ​ລະ​ນະ​ລັດປະ​ຊາ​ທີ​ປະ​ໄຕ ຕີ​ມໍ​ຕາ​ເວັນອອກ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຈະ​ເປັນຂົວຕໍ່, ​ປະ​ກອບ​ສ່ວນ​ເຂົ້າ​ຄວາມ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຕີ​ມໍ​ຕາ​ເວັນອອກ ແລະ ຫວຽດ​ນາມ ຢ່າງ​ຕັ້ງ​ໜ້າ​ກ່​ວາ​ອີກ.

        ໃນ​ໄລ​ຍະເວ​ລາ ຍື່ນສານຕາຕັ້ງ ຢູ່ ຕີ​ມໍ​ຕາ​ເວັນອອກ, ທ່ານ ຮ່​ວາງ​ແອງຕ໋ວນ ເອກ​ອັກ​ຄະລັດ​ຖະ​ທູດ​ຫວຽດນາມ​ ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ ແລະ ມີ​ການ​ເຮັດ​ວຽກ​ກັບ​ ທ່ານ ​ລັດ​ຖະມົນ​ຕີ​ກະ​ຊວງ​ການ​ຄ້າ, ອຸດ​ສາ​ຫະ​ກຳ ແລະ ສິ່ງ​ແວດ​ລ້ອມ Constãncio da Pinto ແລະ ທ່ານ Roberto Suarez ຮັກ​ສາ​ການ​ກະ​ຊວງ​​ການຕ່າງ​ປະ​ເທດ ແລະ ຮ່​ວມ​ມື

ຂ່າວ/ບົດ​ອື່ນ