ທ່ານ​ໂດ​ຕຽນ​ສີ໋ ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ອາ​ໄສ​ຫາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຢູ່​ສູ​ສານ ວິ​ຊວຽນ

(VOVWORLD) -ທ່ານໂດຕຽນສີ໋ ພ້ອມກັບບັນດາສະມາຊິກໃນຄະນະໄດ້ກົ້ມຫົວໄວ້ອາໄລໜຶ່ງນາທີເພື່ອສະແດງຄວາມຮູ້ບຸນຄຸນອັນຍິ່ງໃຫຍ່ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດທີ່ ໄດ້ເສຍສະຫຼະຊີວິດຢ່າງກ້າຫານໃນການຕໍ່ສູ້ເພື່ອປົກປັກຮັກສາປະເທດຊາດ.
ທ່ານ​ໂດ​ຕຽນ​ສີ໋ ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ອາ​ໄສ​ຫາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຢູ່​ສູ​ສານ ວິ​ຊວຽນ - ảnh 1ທ່ານໂດຕຽນສີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມຂຽນໃສ່ປຶ້ມຄຳໄວ້ອາໄລຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດ ວິຊວຽນ

ເນື່ອງໃນໂອກາດລະນຶກເຖິງ 75 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2022), ຕອນບ່າຍວັນທີ 27 ກໍລະກົດ, ຄະນະປະຕິບັດງານໂດຍ ທ່ານໂດຕຽນຊີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ເປັນຫົວໜ້າຄະນະ ໄດ້ໄປຖະຫວາຍທູບທຽນ, ດອກໄມ້, ອາໄລຫາບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີປະທານໂຮ່ຈີມິນ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ວິຊວຽນ, ແຂວງຮ່າຢາງ. ທ່ານໂດຕຽນສີ໋ ພ້ອມກັບບັນດາສະມາຊິກໃນຄະນະໄດ້ກົ້ມຫົວໄວ້ອາໄລໜຶ່ງນາທີເພື່ອສະແດງຄວາມຮູ້ບຸນຄຸນອັນຍິ່ງໃຫຍ່ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດທີ່ ໄດ້ເສຍສະຫຼະຊີວິດຢ່າງກ້າຫານໃນການຕໍ່ສູ້ເພື່ອປົກປັກຮັກສາປະເທດຊາດ.

ເມື່ອຂຽນໃສ່ປຶ້ມຄຳໄວ້ອາໄລຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດ ວິຊວຽນ, ທ່ານໂດຕຽນຊີ ໄດ້ສະແດງຄວາມເຄົາລົບຮູ້ບຸນຄຸນເຖິງລຸ້ນພໍ່ລຸ້ນອ້າຍຢູ່ເຂດຊາຍແດນ ແລະ ຢັ້ງຢືນວ່າ ບັນດາພະນັກງານ, ສະມາຊິກພັກ, ຜູ້ອອກແຮງງານ VOV ຈະຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງປະທານໂຮ່ຈີມິນ ແລະ ການເສຍສະຫຼະຂອງນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ