ທ່າອ່ຽງນະໂຍບາຍສຳລັບເສດຖະກິດພື້ນຖານ

(VOVWORLD) - ວັນທີ 01 ສິງຫາ, ທີ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ (VECOM) ຈັດຕັ້ງການໂອ້ລົມສົນທະນາ “ທ່າອ່ຽງນະໂຍບາຍສຳລັບເສດຖະກິດພື້ນຖານ”.
ທ່າອ່ຽງນະໂຍບາຍສຳລັບເສດຖະກິດພື້ນຖານ - ảnh 1 ການໂອ້ລົມສົນທະນາ “ທ່າອ່ຽງນະໂຍບາຍສຳລັບເສດຖະກິດພື້ນຖານ (ພາບ: TTXVN)

ເຫດການໄດ້ດຶງດູດຄວາມສົນໃຈເຂົ້າຮ່ວມຂອງນັກຊ່ຽວຊານເສດຖະກິດ, ກົດໝາຍ; ບັນດານັກຄຸ້ມຄອງ; ຜູ້ຕາງໜ້າບັນດາສະຫະສະມາຄົມ ແລະ ວິສາຫະກິດເປັນຈຳນວນຫລວງຫລາຍ.

        ທ່ານ ເຈິ່ນຈ້ອງຕ໊ວຽນ ເລຂາທິການໃຫຍ່ VECOM ໃຫ້ຂໍ້ສັງເກດວ່າ ຮູບແບບເສດຖະກິດພື້ນຖານໄດ້ພັດທະນາຢ່າງແຮງຢູ່ໃນໂລກ ແລະ ຢູ່ ຫວຽດນາມ. ປັດຈຸບັນ, ຂົງເຂດນີ້ພວມໄດ້ຮັບການສະໜັບສະໜູນ ແລະ ຕີລາຄາຢ່າງຕັ້ງໜ້າຈາກບັນດາຝ່າຍທີ່ກ່ຽວຂ້ອງ ໂດຍອີງໃສ່ຜົນປະໂຫຍດ ເຊິ່ງບັນດາພື້ນຖານນຳມາໃຫ້.

 

ຕອບກັບ

ຂ່າວ/ບົດ​ອື່ນ