ທຳນຽບຂາວປະຕິເສດຂໍ້ສະເໜີຍ້າຍສະຖານທີ່ຈັດຕັ້ງກອງປະຊຸມ(G20) ອອກຈາກປະເທດລັດເຊຍ

ທຳນຽບຂາວປະຕິເສດຂໍ້ສະເໜີຍ້າຍສະຖານທີ່ຈັດຕັ້ງກອງປະຊຸມ(G20) ອອກຈາກປະເທດລັດເຊຍ - ảnh 1
​ສະມາຊິກ​ສະພາ​ແຫ່ງ​ຊາດ 2 ທ່ານ Lindsey Graham (ເບື້ອງຊ້າຍ) ແລະ Charles Schumer.
(ພາບ: Reuters)

(vovworld) – ວັນ​ທີ 19/7, ທຳນຽບຂາວ​ໄດ້​ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) 2 ທ່ານ​ທີ່​ຮຽກຮ້ອງ​ໃຫ້​ທ່ານ​ປະທານາທິບໍດີ Bara​​ck Obama  ຄິດ​ໄລ່​ເຖິງ​ເລື່ອງ​ຍ້າຍ​ສະຖານ​ທີ່​ຈັດ​ຕັ້ງ​ກອງ​ປະຊຸມ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (G20) ອອກ​ຈາກ​ປະ​ເທດ​ລັ​ດ​ເຊຍ, ຖ້າ​ຫາກ​ວ່າ​ມົດ​ສະ​ກູ ບໍ່​ຈັບ​ຕົວ ​ແລະ ສົ່ງ​ອະດີດ​ພະລາທິການ​ກົມ​ສືບ​ລາຊາ​ການ​ລັບ​ສູນ​ກາງ (CIA) Edward Snowden ກັບ​ຄືນ​ປະ​ເທດ. ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ຢູ່​ວໍ​ຊິງ​ຕັນ, ​ເມື່ອ​ວັນ​ທີ 19/7, ​ໂຄສົກ​ທຳນຽບຂາວ Jay Crney ຢືນຢັນ​ວ່າ, ປະທານາທິບໍດີ​ອາ​ເມ​ລິ​ກາ​ຄາດ​ຄະ​ເນ​ວ່າ​ຈະ​ໄປ Petersburg ​ໃນ​ເດືອນ 9 ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ G20, ​ໂດຍ​ລັດ​ເຊຍ​ເປັນ​ເຈົ້າພາບ. ທ່ານ​ໃຫ້​ຮູ້​ວ່າ ຂໍ້​ສະ​ເໜີ​ໂດຍ​ສະມາ​ຊິກ​ສະພາ​ສູງ​ພັກສາ​ທາ​ລະນະ​ລັດ  Lindsey Graham ​ແລະ ສະມາຊິກ​ສະພາ​ສູງ​ພັກປະຊາທິປະ​ໄຕ Charles Schumer ຍົກ​ອອກ​ມາ ​ແມ່ນ​ບໍ່​ມີ​ຜົນ​ສັກສິດ.

 

ຂ່າວ/ບົດ​ອື່ນ