ນັກຊ່ຽວຊານອົດສະຕາລີຕີລາຄາຄວາມໝາຍຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກທີ່ມີຕໍ່ອະນາຄົດຂອງຫວຽດນາມ

(VOVWORLD) -ຫວຽດນາມ ຊອກຫາຄວາມດຸ່ນດ່ຽງໃນການພົວພັນກັບບັນດາປະເທດມະຫາອຳນາດຄື: ລັດເຊຍ, ອິນເດຍ, ຈີນ, ຍີ່ປຸ່ນ ແລະ ອາເມລິກາ, ໃນຂະນະທີ່ຮັບປະກັນສິດເປັນເຈົ້າຕົນເອງຂອງຕົນ.
ນັກຊ່ຽວຊານອົດສະຕາລີຕີລາຄາຄວາມໝາຍຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກທີ່ມີຕໍ່ອະນາຄົດຂອງຫວຽດນາມ - ảnh 1ທ່ານສາດສະດາຈານ Carl Thayer ສັງກັດມະຫາວິທະຍາໄລ New South Wales
(ພາບ: TTXVN)

ໃນບົດຂຽນທີ່ເອົງລົງໃນເວັບໄຊ Thayer Consultancy, ທ່ານສາດສະດາຈານ Carl Thayer ສັງກັດມະຫາວິທະຍາໄລ New South Wales (ອົດສະຕາລີ) ໄດ້ເຕື້ອງເຖິງຄວາມໝາຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ທີ່ມີຕໍ່ອະນາຄົດຂອງຫວຽດນາມ. ຕາມທ່ານສາດສະດາຈານ Carl Thayer ແລ້ວ, ເດືອນ ຕຸລາ 2020, ການນຳຫວຽດນາມ ໄດ້ປະກາດຮ່າງບົດລາຍງານການເມືອງ ທີ່ຈະນຳສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ຮ່າງແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີຈະມາເຖິງ, ໃນນັ້ນໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ຈະສືບຕໍ່ເສັ້ນທາງປະຕິຮູບເສດຖະກິດ ແລະ ມານະພະຍາຍາມຕ້ານການສໍ້ລາດບັງຫຼວງ. ຫວຽດນາມ ກໍ່ຈະສືບຕໍ່ເປັນເຈົ້າການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຕອບສະໜອງບັນດາພັນທະໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ບັນດາສັນຍາການຄ້າເສລີ (FTA) ກັບສະຫະພາບເອີລົບ (ອີຢູ) ແລະ ພັນທະມິດເສດຖະກິດອາຊີ - ເອີລົບ (EAEU).

        ກ່ຽວກັບການພົວພັນຂອງຫວຽດນາມ ກັບບັນດາປະເທດມະຫາອຳນາດໃນພາກພື້ນໃນອະນາຄົດ, ທ່ານ Carl Thayer ຖືວ່າ, ຫວຽດນາມ ຊອກຫາຄວາມດຸ່ນດ່ຽງໃນການພົວພັນກັບບັນດາປະເທດມະຫາອຳນາດຄື: ລັດເຊຍ, ອິນເດຍ, ຈີນ, ຍີ່ປຸ່ນ ແລະ ອາເມລິກາ, ໃນຂະນະທີ່ຮັບປະກັນສິດເປັນເຈົ້າຕົນເອງຂອງຕົນ. ສິ່ງດັ່ງກ່າວຮັບປະກັນໃຫ້ຫວຽດນາມ ພັດທະນາການພົວພັນຄືກັນກັບທຸກປະເທດມະຫາອຳນາດ ແລະ ມີການກະທຳຢ່າງເອກະລາດເພື່ອຜົນປະໂຫຍດຂອງປະເທດຊາດ.

        ຕາມທ່ານ Carl Thayer ແລ້ວ, ຄະນະການນຳຊຸດໃໝ່ຂອງຫວຽດນາມ ເຊິ່ງໄດ້ຮັບການເລືອກຕັ້ງພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຈະນຳຫວຽດນາມ ສວມບົດບາດຢ່າງໃຫຍ່ຫຼວງກວ່າຢູ່ເວທີສາກົນ ແລະ ຊຸກຍູ້ໃຫ້ຫວຽດນາມ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ