ນັກທຸລະກິດ ແລະ ສື່ມວນຊົນມຸ່ງໄປສູ່ປະຊາຄົມເສດຖະກິດອາຊຽນ

ນັກທຸລະກິດ ແລະ ສື່ມວນຊົນມຸ່ງໄປສູ່ປະຊາຄົມເສດຖະກິດອາຊຽນ - ảnh 1
ຜູ້​ແທນ​ກ່າວ​ຄຳ​ເຫັນ​ທີ່ການ​ໂອ້​ລົມ​ສົນທະນາ
(ພາບ: Hoàng Hải/TTXVN)

(vovworld) – ພື້ນຖານ​ເສດຖະກິດ​ຫວຽດນາມ​ ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ກັບ​ຫຼາຍ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ທົ່ວ​ໂລກ. ​ໃນ​ສະພາບ​ການ​ຄ້າ​ປະຈຸ​ບັນ, ຄຳ​ຮຽກຮ້ອງ​ຕ້ອງການ​ທີ່​ວາງ​ອອກ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກທຸລະກິດ​ຫວຽດນາມ ​ແມ່ນ​ມານະ​ພະຍາຍາມ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ມີ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫຼາດ​ສາກົນ. ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການດັ່ງກ່າວ, ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຕ້ອງ​ມີ​ການ​ກະກຽມ​ຢ່າງ​ລອບ​ຄອບ, ​ເພື່ອ​ທ່ວງທັນ​ກັບ​ບັນດາ​ປະ​ເທດ​ໃນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ. ນັ້ນ​ແມ່ນ​ຂໍ້​ມູນ​ຂ່າວ, ​ເຊິ່ງບັນດາ​ຜູ້​ແທນ​ໄດ້​ເນັ້ນ​ໜັກ​ທີ່​ການ​ໂອ້​ລົມ​ສົນທະນາ “ນັກທຸລະກິດ ​ແລະ ສື່​ມວນ​ຊົນ​ມຸ່ງ​ໄປ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ “ ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/1, ຢູ່​ນະຄອນໂຮ່ຈີ​ມິນ, ​ໂດຍ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຢູ່​ນະຄອນໂຮ່ຈີ​ມິນ ສົມທົບ​ກັບ​ກົມ​ວຽກ​ງານ​ພາກ​ໃຕ້​ຂອງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ແລະ ສະ​ໂມ​ສອນ​ນັກທຸລະກິດໄຊ​ງ່ອນ​ ອາ​ຊຽນສົມທົບ​ກັນຈັດ​ຕັ້ງ. ທ່ານ​ນາງ ຟານ​ທິຮົ່ງຊວນ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ໃຫ້​ຮູ້​ວ່າ:

ຢາກ​ກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃຫ້ສຳ​ເລັດ, ພວກ​ເຮົາ​ຕ້ອງ​ມີ​ການ​ພົວພັນລະຫວ່າງ​ນັກທຸ​ລະ​ກິດ, ສື່​ມວນ​ຊົນ ​ແລະ ສື່ສານ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ. ພວກ​ເຮົາ​ຕ້ອງ​ພະຍາຍາມ​ເຮັດ​ແນວ​ໃດ​​​ໃຫ້ຂ່າວ​ຢ່າງຄົບ​ຖ້ວນ​ກ່ຽວ​ກັບ​ບັນດາ​ປະ​ເທດ​ພວມ​ກະກຽມ​ໃຫ້​ປະຊາ​ຄົມ​ນີ້ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ບໍ່​ຖືກ​ຖອຍຫຼັງ, ບໍ່​ພຽງ​ແຕ່​ຮັບ​ມື​ຕໍ່​ການ​ທ້າ​ທາຍ​ເທົ່າ​ນັ້ນ, ຫາກ​ຕ້ອງ​ບັນລຸ​ໄດ້​ບັນດາ​ກາລະ​ໂອກາດ ​ເພື່ອ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນລວມອີກ​ດ້ວຍ“.


ຕອບກັບ

ຂ່າວ/ບົດ​ອື່ນ