ນັກ​ທຸ​ລະ​ກິດ​ໜຸ່ມ​ນຳ​ໜ້າໃນທຸກຂົງເຂດ, ມີຫົວຄິດປະດິດສ້າງ, ສາມັກຄີເພື່ອແກ້ງ​ແຍ້ງ​ທີ່ດີໃນສະພາບແວດລ້ອມທົ່ວໂລກ.

(VOVWORLD) - ຕອນເຊົ້າວັນທີ 31 ມີນາ, ຢູ່ນະຄອນຫຼວງຮ່າໂນ້ຍ, ໄດ້ຈັດຕັ້ງກອງປະຊຸມໃຫ່ຍຄົບຄະນະຄັ້ງທີ 7 ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ອາຍຸການ 2022-2025 ດ້ວຍຫົວຂໍ້ “ນຳໜ້າປ່ຽນແປງໃໝ່ - ສ້າງມູນຄ່າ”.
ນັກ​ທຸ​ລະ​ກິດ​ໜຸ່ມ​ນຳ​ໜ້າໃນທຸກຂົງເຂດ, ມີຫົວຄິດປະດິດສ້າງ, ສາມັກຄີເພື່ອແກ້ງ​ແຍ້ງ​ທີ່ດີໃນສະພາບແວດລ້ອມທົ່ວໂລກ. - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິ່ງຄ່າຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ທີ່ກອງປະຊຸມ, ບັນດາຜູ້ແທນນັກທຸລະກິດໜຸ່ມ ຕີລາຄາຂະບວນການເຄື່ອນໄຫວຂອງສະມາຄົມໃນອາຍຸການຜ່ານມາ ແລະ ສະເໜີການເຄື່ອນໄຫວແນ່ໃສ່ຍົກສູງບົດບາດຂອງນັກທຸລະກິດໜຸ່ມຫວຽດນາມ ໃນການພັດທະນາເສດຖະກິດຂອງປະເທດຊາດໃນຍຸກໃໝ່; ເຮັດວິທີໃດເພື່ອແຜ່ຂະຫຍາຍຂະບວນນັກທຸລະກິດໜຸ່ມ; ສາມັກຄີເຕົ້າໂຮມນັກທຸລະກິດໜຸ່ມ ຫວຽດນາມ ຢູ່ຕ່າງປະເທດ... ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິ່ງຄ່າຍ ຫວັງວ່ານັກທຸລະກິດໜຸ່ມຈະນຳໜ້າໃນທຸກຂົງເຂດເພື່ອພິສິດ ແລະ ແກ້ງແຍ້ງດີໃນສະພາບແວດລ້ອມທົ່ວໂລກ ພາວິສາຫະກິດຫວຽດນາມ ກ້າວໄປໄກກວ່າ ເຊື່ອມໂຍງ ເລິກເຊິ່ງກວ່າເກົ່າ ແລະ ນຳມາເຊີ່ງຜົນສຳເລັດທີ່ຍິ່ງໃຫ່ຍກວ່າເກົ່າ. ທ່ານຮອງນາຍົກລັດຖະມົນ ເລມິ່ງຄາຍ ສະເໜີວ່າ:

ການເຄື່ອນໄຫວຂອງສະມາຄົມນັກທຸລະກິດໜຸ່ມ ແລະ ຖັນແຖວວິສາຫະກິດໜຸ່ມ ຫວຽດນາມ ບໍ່ວ່າຢູ່ຂົງເຂດ, ຂອບເຂດໃດຍາມໃດກໍ່ຕ້ອງໃກ້ສິດຕິດແທດກັບແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ການຊີ້ນຳ, ການບໍລິຫານຂອງລັດຖະບານ; ຮັບປະກັນຄະຕິທຳ ຈຸດປະສົງ; ເອົາໃຈໃສ່ສ້າງວັດທະນະທຳວິສາຫະກິດ, ສ້າງອິດທິພົນຊື່ສຽງ, ເຄື່ອງໝາຍການຄ້າ ມຸ່ງໄປເຖີງການພັດທະນາຂອງປະເທດຊາດ ແລະ ວົງຄະນະຍາດສັງຄົມ. ສະເໜີຫຼາຍແນວຄວາມຄິດ, ຂໍ້ລິເລີ່ມໃນຂັ້ນຕອນການວາງແຜນນາໂຍບາຍ, ນະໂຍບາຍຕໍ່ພັກ ແລະ ລັດ ຢ່າງທັນການ, ສ້າງເງື່ອນໄຂໃຫ້ນັກທຸລະກິດໜຸ່ມອຸທິດສ່ວນ ແລະ ພັດທະນາ,

ຕອບກັບ

ຂ່າວ/ບົດ​ອື່ນ