ນັກສິລະປະການກ່ວາ 300 ຄົນສະແດງຄ້ອງຢູ່ເລີມດົ່ງ

ນັກສິລະປະການກ່ວາ 300 ຄົນສະແດງຄ້ອງຢູ່ເລີມດົ່ງ - ảnh 1
ການ​ສະ​ແດງ​ຄ້ອງ​ທີ່​ຄ່ຳ​ຄືນ​ໄຂ​ງານ​ບຸນ

(vovworld) - ຕອນ​ຄ່ຳ​ວັນ​ທີ 26/4, ຢູ່​ເທດ​ສະ​ບານ ໂລກ​ຖັງ (ເມືອງ​ບ໋າວ​ເລີມ, ແຂວງ ເລີມ​ດົ່ງ) ໄດ້​ຈັດ​ຕັ້ງ​ພິ​ທີ​ໄຂ​ງານ​ບຸນ​ວັດ​ທະ​ນະ​ທຳ ກິ​ລາ ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ ເລີມ​ດົ່ງ 2017. ງານ​ບຸນ​ວັດ​ທະ​ນະ​ທຳ​, ກິ​ລາບັນ​ດາ​​ເຜົ່າສ່ວນ​ໜ້ອຍ​ແຂວງ ເລີມ​ດົ່ງ ​ແມ່ນຊື່​ໃໝ່​ຂອງ​ງານ​ບຸນ​ວັດ​ທະ​ນະ​ທຳ​ຄ​້ອງ​ແຂວງ ເລີມ​ດົ່ງ, ໂດຍ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ເລີມ​ດົ່ງ​ຈັດ​ຕັ້ງ. ປີນີ້, ງານບ​ຸນ​ໄດ້​ດຶງ​ດູດ​ນັກ​ສິ​ລະ​ປະ​ການ​ກ່​ວາ 300 ຄົນ​ທີ່​ມາ​ຈາກ​ 12 ເມືອງ, ນະ​ຄອນ​ໃນ​ແຂວງ​ເຂົ້າ​ຮ່ວມ​ສະ​ແດງ. ດ້ວຍ​ຫົວ​ຂໍ້​ວ່າ “ສີ​ສັນ​​ຕອນໃຕ້​​ເຂດໄຕ​ງວຽນ”, ໃນ​ຄ່ຳ​ຄືນ​ໄຂ, 12 ຄະ​ນະ​ສິ​ລະ​ປະ​ໄດ້​ສະ​ແດງ​ຄ້ອງ​ດ້ວຍ​ການ​ແຫ່​ເຈົ້າ​ໄຟ ແລະ ຄ້ອງ​ຂອງ​ຊາວ​ເຜົ່າ ໝ້າ ຢູ່​ເມືອງ ບ໋າວ​ເລີມ. ບັນ​​ດາ​ຄະ​ນະ​ນັກ​ສິ​ລະ​​ປະ​ການຂອງ​ບັນ​ດາ​ເຜົ່າ​ອ​້າຍ​ນ້ອງ​ຄື ເກີ​ໂຮ, ເຈົາ​ໝ້າ, ຈູ​ຣູ, ເມີ​ນົງ… ກໍ່​ໄດ້​ສະ​ແດງ​ຄ້ອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາ​ະ​ຂອງ​​ເຜົ່າ​ຕົນ.


ຕອບກັບ

ຂ່າວ/ບົດ​ອື່ນ