ນັກຮຽນ, ນັກສຶກສາ ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ນັກຮຽນ, ນັກສຶກສາ ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
(ພາບປະກອບ)
(vovworld) -     ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ ​ແລະ ​ໂຮງຮຽນ​ວິຊາ​ຊີບຊັ້ນກາງໃນ​ທົ່ວ​ປະ​ເທດ​ພວມ​ຈັດ​ໃຫ້​ນັກສຶກສາ, ນັກຮຽນ ​ປະກອບ​​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ​ໄດ້​ຮັບ​​ຄຳເຫັນ​​ສຸດ​ອົກ​ສຸດ​ໃຈຈາກຫຼາຍຄົນ. ນັກ​ສຶກສາ​ສ່ວນ​ຫຼາຍ​ ​ໄດ້​ເຫັນ​ດີວ່າເລື່ອງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ແມ່ນ​ຈຳ​ເປັນ​ເພື່ອ​ເໝາະ​ສົມ​ກັບ​ສະພາບ​ການ​ຂອງ​ປະ​ເທດ​ຊາດ ​ແລະ ທ່າ​ອ່ຽງພັດທະນາ​ໃນ​ໂລກ. ບັນດາ​ນັກ​ສຶກສາ ​​ໄດ​້​ເນັ້ນ​ໜັກ​ວ່າຕ້ອງເຮັດແຈ້ງ​ບາງ​ຂໍ້​ມາດຕາ​ໃນ​ຮ່າງ​ລັດຖະທຳ​ມະນູນສະບັບປັບປຸງ. ນັກ​ສຶກສາ ​ເຈີ​ນທິ​ເກີ​ມຕູ໋, ມະຫາວິທະຍາ​ໄລ​ເສດຖະກິດ​ເຕັກນິກ ບິ່ງ​ເຢືອງ ​ໃຫ້​ຮູ້​ວ່າ.

“​ໃນຮ່າງ​ລັດຖະທຳ​ມະນູນ​ສະບັບປັບປຸງ ໄດ້ລະບຸວ່າ “​ເດັກນ້ອຍ​ມີ​ສິດໄດ້ຮັບຄວາມເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ ​ແລະ ສຶກສາ ຈາກໂຮງຮຽນ, ຄອບຄົວ, ລັດ ​ແລະ ສັງຄົມ​”. ຕາມ​ນ້ອງ​​ແລ້ວ, ຍັງ​ບໍ່ທັນ​ພໍ, ບໍ່​ທັນ​ເວົ້າແຈ້ງ​ສິດຜົນປະ​ໂຫຍ​ດຂອງ​ເດັກ​ນ້ອຍເທື່ອ. ນ້ອງ​ຄິດ​ວ່າ​ຕ້ອງ​ຂຽນວ່າ“ຕ້ອງຮັບປະກັນ​ໃຫ້​ເດັກນ້ອຍ​ເຖິງ​ເກັ່ນອາຍຸ​ໄປ​ຮຽນ ຕ້ອງ​ໄດ້​ໄປ​ຮຽນ​ຢ່າງ​ຄົບ​ຖ້ວນ”.

ກ່ຽວກັບບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ “ສິດ​ທິມະນຸດ, ສິດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ” ​ແລະ “ກົງຈັກ​ລັດ”. ນັກ​ສຶກສາ ຫງວຽນ​ທາຍ​ເຕື່ອງວີ, ມະຫາວິທະຍາ​ໄລ ທຸ​ເຢົາ​ໝົດ, ​ແຂວງ ບິ່ງ​ເຢືອງ ສະ​ເໜີ​ວ່າ.

“ໃນມາດຕາ​ 18 ໄດ້ລະບຸ​ວ່າ; “ລັດ ສສ ຫວຽດນາມ ປົກ​ປ້ອງ​ພົນລະ​ເມືອງ​ຫວຽດນາມ ຢູ່​ຕ່າງປະ​ເທດ”, ນ້ອງ​ຄິດ​ວ່າ ບໍ່​ພຽງ​ແຕ່​ພົນລະ​ເມືອງ​ຫວຽດນາມ ທີ່​​ອາ​ໄສ​ຢູ່​ຕ່າງປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງຊາວ ຫວຽດນາມ ອາໄສຢູ່​ພາຍໃນ​ປະ​ເທດ​ກໍ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ອີກດ້ວຍ. ສ່ວນ​ມາດ​ຕາ 34 “ທຸກໆ​ຄົນ​ລວນ​ແຕ່​ມີ​ສິດ​ເສລີ​ໃນ​ການ​ດຳ​ເນີນ​ທຸລະ​ກິດ”, ຕາມ​ນ້ອງ​ແລ້ວ ມີ​ສິນຄ້າບາງປະເທດ ແລະ ຂະ​ແໜງ​ການ​ຈຳນວນໜຶ່ງແມ່ນບໍ່ຖືກກັບກົດໝາຍ ນ້ອງ​ຄິດ​ວ່າ ຄວນປັບປຸງວ່າ “ທຸກ​ໆ​ຄົນ​ລ້ວນ​ແຕ່​ມີ​ສິດ​ເສລີໃນການດຳ​ເນີນ​ທຸລະ​ກິດ​ບັນດາ​ຜະລິດ​ຕະພັນ​ທີ່​ຖືກ​ຕາມ​ກົດໝາຍ”.

ຂ່າວ/ບົດ​ອື່ນ