ນັກ​​ຮຽນ​ຫວຽດ​ນາມ 4 ຄົນ ຍາດ​ໄດ້​ລາງວັນ ຢູ່​ການ​ສອບ​ເສັງ Olympic ຊີວະສາດ ສາ​ກົນ

(VOVWORLD) -ທິມຊາດຫວຽດນາມ ເຂົ້າຮ່ວມການສອບເສັງ Olympic ຊີວະສາດສາກົນປີ 2020 ລວມມີນັກຮຽນ 4 ຄົນ ແລະ ທັງ 4 ຄົນລ້ວນແຕ່ຍາດໄດ້ລາງວັນ, ລວມມີ ຫຼຽນຄຳ 1 ລາງວັນ, ຫຼຽນເງິນ 1 ລາງວັນ, ຫຼຽນທອງ 1 ລາງວັນ ແລະ ລາງວັນຊົມເຊີຍ 1 ລາງວັນ. 
ນັກ​​ຮຽນ​ຫວຽດ​ນາມ 4 ຄົນ ຍາດ​ໄດ້​ລາງວັນ ຢູ່​ການ​ສອບ​ເສັງ Olympic ຊີວະສາດ ສາ​ກົນ - ảnh 1ນັກຮຽນຫວຽດນາມ 4 ຄົນ ຍາດໄດ້ລາງວັນ ຢູ່ການສອບເສັງ Olympic ຊີວະສາດ ສາກົນ

ການສອບເສັງ “Olympic ຊີວະສາດ ສາກົນ” ຄາດວ່າຈະຈັດຕັ້ງໃນກາງເດືອນ ກໍລະກົດ, ຢູ່ນະຄອນ Nagasaki, ປະເທດ ຍີປຸ່ນ. ເຖິງຢ່າງໃດກໍ່ຕາມ, ຍ້ອນໂລກລະບາດ Covid – 19 ມີການຜັນແປຢ່າງສັບສົນ ດັ່ງນັ້ນການສອບເສັງໄດ້ປ່ຽນໄປເປັນຮູບແບບສອບເສັງທາງອອນລາຍຢູ່ມະຫາວິທະຍາໄລວິທະຍາສາດທຳມະຊາດ, ມະຫາວິທະຍາໄລຮ່າໂນ້ຍ, ດ້ວຍຊື່ທີ່ວ່າ “ສິ່ງທ້າທາຍ Olympic ຊີວະສາດ ສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ