ນັກຮຽນຫວຽດນາມ3ຄົນຍາດໄດ້ໄຊຊະນະໃນການເສັງຂຽນບົດວິຈານສາກົນ


ນັກຮຽນຫວຽດນາມ3ຄົນຍາດໄດ້ໄຊຊະນະໃນການເສັງຂຽນບົດວິຈານສາກົນ - ảnh 1
ທ້າວ ຕື່ມີງງອກ ແມ່ນໜຶ່ງໃນ3ຄົນຍາດ​ໄດ້
​ໄຊຊະນະ​ໃນ​ການ​ເສັງ​ຂຽນ​ບົດວິຈານ
(ພາບ: ຫວຽດນາມ+)

(vovworld) - ວັນ​ທີ 29/7, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ​ທີ່​ ນິວຢອກ, ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ​ຊາວ​ໜຸ່ມ​ທົ່ວ​ໂລກ​, ດ້ວຍ​ນັກ​ປາຖະກະຖາ​ແມ່ນ​ນັກສຶກສາ 60 ຄົນ, ​ໃນ​ນັ້ນ​ນັກ​ສຶກສາ​ ຫວຽດນາມ 3 ຄົນ​ຍາດ​ໄດ້​ໄຊຊະນະ​ໃນ​ການ​ເສັງ​ຂຽນ​ບົດວິຈານທີ່​ມີ​ຫົວ​ຂໍ້​ວ່າ: “ຫຼາຍ​ພາສາ, ​ໃນ​ໂລກ​ດຽວ“. ບັນດາ​ນັກຮຽນ​ໄດ້​ແນະນຳ​ບັນດາ​ຄວາມ​ເຫັນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮູ້​ຫຼາຍ​ພາສາ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ເຖິງ​ປີ 2030. ​ໃນ​ການ​ເສັງ​ປີ​ນີ້, ບັນດາ​ນັກຮຽນ​ມະຫາວິທະຍາ​ໄລ​ທີ່​ມີ​ອາຍຸ​ແຕ່ 18 ປີ​ຂຶ້ນ​ໄປ​ໃນ​ທົ່ວ​ໂລກ ຕ້ອງ​ຂຽນ​ບົດ​ວິຈານ​ໜຶ່ງ​ທີ່​ມີ​ປະມານ 2000 ສັບ, ​ໃນ​ນັ້ນ​ປຶກສາ​ຫາລື​ກ່ຽວ​ກັບ​ສິດ​ຂອງ​ພົນລະ​ເມືອງ​ໃນ​ທົ່ວ​ໂລກ ​ແລະ ຄວາມ​ຮູ້​ກ່ຽວ​ກັບ​ວັດທະນະທຳ ກໍ່​ຄື​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮູ້​ຫຼາຍ​ພາສາ. ປີ​ນີ້​ຄະນະ​ຈັດ​ຕັ້ງ​ໄດ້​ຮັບ 3.600 ບົດ​ວິຈານ​ຈາກ​ນັກ​ສຶກສາ​ຂອງມະຫາວິທະຍາ​ໄລ 2.500 ​ແຫ່ງ ຢູ່ 130 ປະ​ເທດ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້ບົດ​ວິຈານ​ຂອງ 60 ຄົນ​ທີ່​ມາ​ຈາກ 36 ປະ​ເທດ ​ແລະ 54 ​ໂຮງຮຽນ​ມະຫາວິທະຍາ​ໄລ​.

 

ຂ່າວ/ບົດ​ອື່ນ