ນັກຮຽນຮູ້ ສເກົາຫຼີ ຕີລາຄາສູງ ບົດກ່າວປາໄສຂອງທ່ານຫງວຽນເຕິນ ຢຸງ ທີ່ກອງປະຊຸມ Shangri-La 12

ນັກຮຽນຮູ້ ສເກົາຫຼີ ຕີລາຄາສູງ ບົດກ່າວປາໄສຂອງທ່ານຫງວຽນເຕິນ ຢຸງ ທີ່ກອງປະຊຸມ Shangri-La 12 - ảnh 1

(ພາບ:pda.vietbao.vn)

(vovworld)- ​​ບົດບາດ​ຂອງ​ຫວຽ​ດນາມ ​ແລະ ທ່ານນາຍົກ​ລັດຖະມົນຕີ​ຫງວຽນ​ເຕິ​ນຢຸງ ​ໃນ​ຖານະ​ແມ່ນ​ນັກ​ປະ​ຖະ​ກະຖາ​ຕົ້ນຕໍ​ໃນ​ພິທີ​​ໄຂກອງປະຊຸມ Shangri-La 2013 ຄັ້ງທີ 12 ຫາ​ກໍ່​ດຳ​ເນີນ​ໄປ​ຢູ່​ສິງກະ​ໂປ ສືບ​ຕໍ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ. ສາດສະດາຈານ Son Gi-woong ສະຖານ​ບັນ​ຄົ້ນຄ້ວາ​ເອກະ​ພາບ ສ​ເກົາຫຼີ ຖື​ວ່າ: ຄຳ​ນິຍາມ​ກ່ຽວ​ກັບ “ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ” ທີ່ທ່ານນາຍົກ​ລັດຖະມົນຕີ​ຫງວຽນ​ເຕິ​ນຢຸງ ​​ເວົ້ານັ້ນ ໄດ້​ເຕື້ອງ​ເຖິງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມມື​ລະຫວ່າງ​ປະ​ເທດ​ຕ່າງໆ​ເພື່ອ​ຫລຸດຜ່ອນ​ຄວາມ​ບໍ່​ລົງ​ລອຍ​ກັນ, ພ້ອມ​ກັນ​ສ້າງ​ພື້ນຖານ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ສາດສະດາຈານ Son Gi-woong ກໍ່​ເຫັນ​ດີ​ເຫັນ​ພ້ອມ​ກັບ​ທັດສະນະ​ຊື່​ງທ່ານນາຍົກ​ລັດຖະມົນຕີ​ຫງວຽນ​ເຕິ​ນຢຸງ ຍົກ​ອອກ​ມາ​ກ່ຽວ​ກັບ “ບົດບາດ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ” ​ແລະ ຖື​ວ່າ “ຍຸດ​ທະ​ສາດ ​ແລະ ການ​ກະທຳ​ຂອງບັນດາ​ປະ​ເທດ​ມະຫາ​ອຳນາດທີ່​ມີ​ຕໍ່​ພາກ​ພື້ນ​ຕ້ອງ​ປ​ະຕິ​ບັດ​ຕາມ​ກົດ​ໝາຍ​ສາກົນ, ​ເຄົາລົບ​ນັບຖື​ຄວາມ​ເປັນ​ເອກະລາດ ອະທິປະ​ໄຕ​ຂອງ​ປະ​ເທດ​ອື່ນ”. ​ເມື່ອ​ເຕື້ອງ​ເຖິງ​ບັນດາ​ບັນຫາ​ເຄັ່ງຮ້ອນ​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສາດສະດາຈານ Son Gi-woong ຖື​ວ່າ: ຄວາມ​ເສລີ​ດ້ານ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ຮັບປະກັນ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ສະນັ້ນ, ການ​ແກ້​ໄຂ​ທຸ​ກໆ​ການ​ພິພາດ​ກັນ​ຜ່ານ​ກົດໝາຍ​ສາກົນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ຄື​ຄຳ​ກ່າວ​ປາ​ໄສ​ຂອງທ່ານນາຍົກ​ລັດຖະມົນຕີ​ຫງວຽນ​ເຕິ​ນຢຸງ ​ແນ່ນອນ​ວ່າ​ຈະ​ນຳ​ມາ​ເຊິ​ງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ນີ້.

 

ຂ່າວ/ບົດ​ອື່ນ