ນັບສີບຄົນສະໜັບສະໜູນອະດີດປະທານທິບໍດີM.Morsiຖືກຕັດສິນລົງໂທດ

ນັບສີບຄົນສະໜັບສະໜູນອະດີດປະທານທິບໍດີM.Morsiຖືກຕັດສິນລົງໂທດ - ảnh 1
ນັບສີບຄົນສະໜັບສະໜູນອະດີດ
ປະທານທິບໍດີ M.Morsi ຖືກຕັດສິນລົງໂທດ
(ພາບ: TTXVN)


(vovworld) – ວັນ​ທີ 03/09, ສານ​ອີ​ຢິບ​ແຫ່ງ​ໜຶ່ງ ​​ໄດ້​ປະກາດ​ໂທດ​ສູງ​ສຸດ​ແມ່ນ​ຖືກຈຳ​ຄຸກ​ຕະຫຼອດ​ຊີ​ວິດ ຜູ້ກ່ຽວ​ຂ້ອງ​ເຖິງການ​ຈະລາຈົນ​ສະໜັບສະໜູນ​ຝ່າຍ​ອິດສລາມ ​ແລະ ຈຸດ​ທຳລາຍ​ໂບດ ພາຍ​ຫຼັງ​ຕຳຫຼວດ​ປາບ​ປາມ​ຜູ້​​ແຫ່​ຂະ​ບວນປະ​ທ້ວງ​ເມື່ອ​ປີ 2013 ນັບ​ສີ​ບໆ​ຄົນ. ສານ ຢູ່​ແຂວງ Sohag, ທາງພາກ​ໃຕ້​ອີ​ຢິບ ​ໄດ້​ຕັດສິນ​ລົງ​ໂທດ​ຈຳ​ຄຸກ​ຕະຫຼອດ​ຊີວິດ​ສຳລັບ 22 ​ຄົນ ​ແລະ ຕັດສິນ​ຈຳ​ຄຸກ 40 ຄົນ​ອື່ນແຕ່ 10 ຫາ 15 ປີ. ສານ​ກໍ​ລົງ​ໂທດຜູ້​ຖືກ​ກ່າວ​ຫາ 51 ຄົນບໍ່​ມີໜ້າ​ຢູ່​ສານ. ບັນ​ດາ​ບຸກຄົນ​ນີ້​ຖືກ​ຕັດ​ສິນມີ​ໂທດ​​ກໍ​ຄວາມ​ຈະລາຈົນ​ ​ແລະ ຈຸດ​ທຳລາຍ​ໂບດ 3 ​ແຫ່ງ, ພາຍຫຼັງທີ່​ຕຳ​ຫຼວດອີ​ຢິບ ຍົກ​​ເລີກ​ການ​ແຫ່​ຂະ​ບວນຢູ່ ກາຍ​ໂຣ ​ເມື່ອ ​ເດືອນ 08/2013, ​ທີ່​ຮຽກຮ້ອງ​ຟື້ນ​ຟູ​ຕຳ​ແຕ່ງ​ໃຫ້​ປະທານາທິບໍດີ​ຝ່າຍ​ອິດສລາມ ຖືກ​ກອງທັບ​ປົດ​ຕຳ​ແໜ່​ງ Mohamed Morsi, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີຜູ້​ເສ​ຍຊີວິດນັບ​ຮ້ອຍ​ຄົນ.

ຂ່າວ/ບົດ​ອື່ນ