ນະຄອນ ໂຮ່ຈີມິນ ຈັດງາມ ໂຮມຊຸມນຸມສະເຫຼີມສະຫຼອງ 38 ປີແຫ່ງວັນໂຮມປະເທດຊາດ ເປັນເອກະພາບ

ນະຄອນ ໂຮ່ຈີມິນ ຈັດງາມ ໂຮມຊຸມນຸມສະເຫຼີມສະຫຼອງ 38 ປີແຫ່ງວັນໂຮມປະເທດຊາດ ເປັນເອກະພາບ - ảnh 1
ລັດຖະມົນຕີກະຊວງປ້ອງກັນປະເທດ ຟູ່ງກວາງແທງ ພົບປະກັບຜູ້ແທນເຂົ້າຮ່ວມງາມໂຮມຊຸມນຸມ
(ພາບ: Diệp Đức Minh)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 29/4, ອົງຄະ​ນະ​ພັກ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 38 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4/1975 – 30/4/2013), 127 ປີ​ແຫ່ງວັນ​ກຳມະກອນ​ສາກົນ (​1/5/1886 – 1/5/2013) ​ແລະ ຕ້ອນຮັບ​ບັນດາ​ຂອງຂວັນ​ອັນ​ສູງ​ສົງ​ຂອງ​ລັດ. ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ອ່ານ​ສູນ​ທອນ​ພົດ​ທົບ​ທວນຄືນ​ໄລຍະ​ທາງ​ປະຫວັດສາດໃນ​​ການ​ຕໍ່​ສູ້​ປະຕິວັດ​ຂອງ​ຊາດ ຫວຽດນາມ, ພິ​ເສດ​ແມ່ນ​ການ​ຕໍ່ສູ້​ຕ້ານ​ ອາ​ເມລິ​ກາ ກູ້​ຊາດ ​ເຊິ່ງບົ້ນ​ເດັ່ນ​​ແມ່ນ​ບັ້ນ​ຮົບ ​ໂຮ່ຈີມ​ນິນ ປະຫວັດສາດ, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ທ່ານ ​ເລ​ຮ່ວາງ​ກວນ ​ເນັ້ນ​ໜັກ​ວ່າ:

“ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນ​ນະຄອນ​ຕັດສິນ​ໃຈ​ສ້າງສາ​ນະຄອນ ​ໂຮ່ຈີ​ມິນ​ ​ໃຫ້ນັບ​ມື້​ນັບ​ສີວິ​ໄລ, ທັນ​ສະ​ໄໝ. ດ້ວຍ​ບົດບາດ​​ແມ່ນ​ຕົວ​ເມືອງ​ພິ​ເສດ ນຳ​ໜ້າ​ໃນ​ພາລະກິດ​ຫັນເປັນ​ປະ​ເທດອຸດສາຫະກຳ, ທັນ​ສະ​ໄໝ, ກາຍ​ເປັນ​ສູນ​ໃຫຍ່​ກ່ຽວ​ກັບ​ເສດຖະກິດ, ການ​ເງິນ​, ການ​ຄ້າ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຂອງ​ປະ​ເທດ ​​ແລະ ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເທື່ອ​ລະ​ກ້າວ. ສົມ​ເປັນ​ນະຄອນ​ໃສ່​ຊື່​ຂອງ​ປະ​ທານ ​ໂຮ່ຈີ​ມິນ ຜູ້​ຍິ່ງ​ໃຫຍ່”

        ​ໃນ​ຕະຫຼອດ 38 ປີຜ່ານມາ, ອົງຄະ​ນະ​ພັກ ​ແລະ ປະຊາຊົນນະຄອນ ໂຮ່ຈີ​ມິນ ​ໄດ້​ສາມັກຄີ​ກັນ, ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະ​ດິດສ້າງ, ​ເສີມ​ຂະຫຍາຍ​ເຈດ​ຈຳນົງ ​ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງດ້ວຍ​ຕົນ​ເອງ, ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ປະຕິບັດ​ພາລະກິດ​ປ່ຽນ​ແປງ​ໃໝ່​ສຳ​ເລັດ​ຜົນ, ມີ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ວິວັດທະນາ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ​ໄວ​ໜຸ່ມ​ນະຄອນ ​ໄດ້​ສະ​ແດງ​ຄວາມ​ຕັດສິນ​ໃຈ​ຮຳ່​ຮຽນ, ອອກ​ແຮງ​ງານ​ຢ່າງ​ບໍ່​ຢຸດ​ຢັ້ງ, ອຸທິດ​ສ່ວນ​ໃຫ້​ແກ່​ພາລະກິດ​ພັດທະນາ​ປະ​ເທດ​ຊາດ ​ແລະ ສ້າງ​ນະຄອນ​​ໃຫ້ນັບ​ມື້​ນັບ​ຮັ່ງ​ມີ ສວຍ​ງາມ. ​ເອື້ອຍ ​ເຈີ​ນ​ແທງ​ຖາວ,  ​ເລຂາ​ຊາວ​ໜຸ່ມ​ເມືອງ 4 ຊີ້​ແຈງ​ວ່າ:

“ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິ​ນ ​ແຕ່ລະຄົນ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ຫົວ​ຄິດ​ປະດິດ​ສ້າງ, ປະຈັນບານ, ຂະຫຍັນ​ຂັນ​ເຄື່ອນ​ຂອງ​ຕົນ​​ໃນ​ການ​ຊອກ​ຫາ​ບັນດາ​ມາດ​ຕະການ, ວຽກ​ງານ​ທີ່​ແທ​ດຈິງ​ເພື່ອ​ປະກອບສ່ວນ​ສ້າງ​ນະຄອນ ​ໂຮ່ຈີ​ມິ​ນ ​ໃຫ້ນັບ​ມື້​ນັບ​ສິວິ​ໄລ, ທັນ​ສະ​ໄໝ.”

ຂ່າວ/ບົດ​ອື່ນ