ນະ​ຄອນ ໂຮ່​ຈີ​ມິນ ຈັດ​ຕັ້ງ​ວັນ​ບຸນ​ພົບ​ປະແລກ​ປ່ຽນ​ວັດ​ທະ​ນະ​ທຳ​ບັນ​ດ​າ​ເຜົ່າ​ໃຫ້​ແກ່​ນັກ​ສຶກ​ສາ

(VOVWORLD) -  ວັນທີ 18 ເມສາ, ຢູ່ໂຮງຮຽນກຽມມະຫາວິທະຍາໄລ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງວັນບຸນພົບປະແລກປ່ຽນວັດທະນະທຳບັນດາເຜົ່າ ຫວຽດນາມ, ລາວ ແລະ ກຳປູເຈຍ ຄັ້ງທີ 9 ດ້ວຍການເຄື່ອນໄຫວທີ່ຟົດຟື້ນຫຼາຍຢ່າງ, ອັນໄດ້ດຶງດູດນັກສຶກສາບັນດາເຜົ່າເກືອບ 400 ຄົນເຂົ້າຮ່ວມ. 

  ໃນວັນບຸນ, ນັກສຶກສາຕາງໜ້າໃຫ້ບັນດາເຜົ່າຄື: ຈຳ, ກິງ, ຮວາ, ຂະແມ, ລາວ ແລະ ກຳປູເຈຍ ໄດ້ຕັ້ງຄ້າຍ ແລະ ປະດັບປະດາ, ວາງສະແດງສິ່ງທີ່ເປັນເອກະລັກສະເພາະຂອງເຜົ່າຕົນ. ນີ້ແມ່ນການເຄື່ອນໄຫວປະຈຳປີ ໂດຍໂຮງຮຽນ ດັ່ງກ່າວ ສົມທົບກັບ ຄະນະກຳມະການແນວໂຮມປະເທດຊາດ ເມືອງ 5 ຈັດຕັ້ງ ເພື່ອສະເຫຼີມສະຫຼອງວັນວັດທະນະທຳບັນດາເຜົ່າ ຫວຽດນາມ, ວັນທີ 19 ເມສາ ດ້ວຍຄວາມປາດຖະໜາ ສ້າງໂອກາດໃຫ້ນັກສຶກສາບັນດາເຜົ່າ ໄດ້ພົບປະແລກປ່ຽນ, ຮັດແໜ້ນສາຍພົວພັນສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນຫຼາຍກວ່າອີກໃນການຮ່ຳຮຽນ ແລະ ການດຳລົງຊີວິດຢູ່ນະຄອນ ໂຮ່ຈີມິນ, ເພື່ອນ ອາດາມ, ນັກສຶກສາ ຊົນເຜົ່າ ຈຳ ມາຈາກ ແຂວງ ອານຢາງ ແບ່ງປັນວ່າ:

        “ຂ້າພະເຈົ້າຮູ້ສຶກດີໃຈ ແລະ ມ່ວນຫຼາຍ, ນັບແຕ່ກ່ອນມາຮອດປັດຈຸບັນ, ຂ້າພະເຈົ້າບໍ່ເຄີຍໄດ້ພົບປະແລກປ່ຽນກັບໝູ່ເພື່ອນຈາກຫຼາຍຊົນເຜົ່າຄືແນວນີ້, ພິເສດແມ່ນ ມີທັງນັກສຶກສາ ລາວ ແລະ ກຳປູເຈຍ. ຜ່ານວັນບຸນນີ້ ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈຕື່ມກ່ຽວກັບສີສັນວັດທະນະທຳຂອງບັນດາເຜົ່າ ແລະ ມີໂອກາດໄດ້ແນະນຳສີສັນວັດທະນະທຳຂອງເຜົ່າຕົນກັບໝູ່ເພື່ອນອີກດ້ວຍ.”


ຕອບກັບ

ຂ່າວ/ບົດ​ອື່ນ