ນະຄອນ ໂຮ່ຈີມິນ ຍ້ອງຍໍນັກສຶກສາ, ນັກສຳມະນາກອນ ລາວ, ກຳປູເຈຍ ດີເດັ່ນ 123 ຄົນ

(VOVWORLD) - ປີ 2023, ມີ 123 ສ່ວນບຸກຄົນໄດ້ຮັບການຍ້ອງຍໍ, ໃນນັ້ນມີນັກຮຽນ, ນັກສຳມະນາກອນ ລາວ 107 ຄົນ ແລະ ນັກຮຽນ, ນັກສຳມະນາກອນ ກຳປູເຈຍ  16 ຄົນ.
ນະຄອນ ໂຮ່ຈີມິນ ຍ້ອງຍໍນັກສຶກສາ, ນັກສຳມະນາກອນ ລາວ, ກຳປູເຈຍ ດີເດັ່ນ 123 ຄົນ - ảnh 1ພິທີຍ້ອງຍໍ “ນັກສຶກສາ, ນັກສຳມະນາກອນ ລາວ ແລະ ກຳປູເຈຍ ດີເດັ່ນ” ປີ 2023
(ພາບ: tuoitrethudo.com.vn)

ຕອນເຊົ້າວັນທີ 03 ທັນວາ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍ “ນັກສຶກສາ, ນັກສຳມະນາກອນ ລາວ ແລະ ກຳປູເຈຍ ດີເດັ່ນ” ປີ 2023. ມີນັກຮຽນ, ນັກສຳມະນາກອນ ລາວ ແລະ ກຳປູເຈຍ ດີເດັ່ນກວ່າ 123 ຄົນທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນນະຄອນ ໂຮ່ຈີມິນ ໄດ້ຮັບການຍ້ອງຍໍໃນຄັ້ງນີ້. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສະຖາປະນາລາຊະອານາຈັກ ກຳປູເຈຍ (09 ພະຈິກ 1953 – 09 ພະຈິກ 2023), ແລະ 48 ປີແຫ່ງວັນສະຖາປະນາປະເທດ ສປປ.ລາວ (02 ທັນວາ 1975 – 02 ທັນວາ 2023).

ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ມອບນາມມະຍົດ “ນັກສຶກສາ, ນັກສຳມະນາກອນ ລາວ ແລະ ກຳປູເຈຍ ດີເດັ່ນນະຄອນ ໂຮ່ຈີມິນ” ເພື່ອແນໃສ່ປຸກລະດົມ, ຍ້ອງຍໍບັນດາແບບຢ່າງດີເດັ່ນທີ່ເປັນນັກສຶກສາ, ນັກສຳມະນາກອນ ລາວ ແລະ ກຳປູເຈຍ ທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນໃນເວລາຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ. ການເຄື່ອນໄຫວດັ່ງກ່າວເພື່ອແນໃສ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອັນດີງາມຂອງປະຊາຊົນ ແລະ ຊາວໜຸ່ມ 3 ປະເທດ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບພັດທະນາ.

ປີ 2023, ມີ 123 ສ່ວນບຸກຄົນໄດ້ຮັບການຍ້ອງຍໍ, ໃນນັ້ນມີນັກຮຽນ, ນັກສຳມະນາກອນ ລາວ 107 ຄົນ ແລະ ນັກຮຽນ, ນັກສຳມະນາກອນ ກຳປູເຈຍ  16 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ