ນະຄອນ ໂຮ່ຈີມິນ ສະເຫຼີມສະຫຼອງ 235 ປີແຫ່ງວັນໄຊຊະນະ ດົ່ງດາ

(VOVWORLD) - ຜ່ານບັນດາລາຍການ, ມີນັກສິລະປະກອນ, ນັກສະແດງກ່ວາ 100 ຄົນ ໄດ້ພິສູດບັນດາພາລະກຳທີ່ອົງອາດກ້າຫານຂອງລຸ້ນພໍ່ລຸ້ນອ້າຍ ກໍ່ຄືບັນດາຜົນງານຂອງປະເທດຊາດ, ພິເສດ ແມ່ນບັນດາໝາກຜົນໃນວິວັດການສ້າງສາ ແລະ ພັດທະນາຮອບດ້ານຂອງນະຄອນ ໂຮ່ຈີມິນ.
ນະຄອນ ໂຮ່ຈີມິນ ສະເຫຼີມສະຫຼອງ 235 ປີແຫ່ງວັນໄຊຊະນະ ດົ່ງດາ - ảnh 1ການສະແດງສິລະປະທີ່ເຫດການ
(ພາບ:TTXVN)

ຕອນຄ່ຳວັນທີ 14 ກຸມພາ (ກົງກັບວັນທີ 5 ຂອງບຸນເຕັດ ປີມະໂລງ 2024), ຢູ່ນະຄອນ ໂຮ່ຈີມິນ, ຄະນະຈັດຕັ້ງການສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງນະຄອນ ໂຮ່ຈີມິນ ໄດ້ຈັດລາຍການສະເຫຼີມສະຫຼອງ 235 ປີແຫ່ງວັນໄຊຊະນະ ງອກໂຮ່ຍ - ດົ່ງດາ (1789 – 2024). ລາຍການລວມມີ 4 ພາກ, ໂດຍໄດ້ຍ້ອງຍໍຊົມເຊີຍຄວາມປິຊາສາມາດ, ຈັນຍາບັນຂອງນັກວິລະຊົນຂອງຊາດ ກວາງຈູງ - ຫງວຽນເຫວະ ດ້ວຍໄຊຊະນະ ງອກໂຮ່ຍ - ດົ່ງດາ ທີ່ໄດ້ຕີທຳລາຍທະຫານ ຊິງ 2 ໝື່ນຄົນ, ປົດປ່ອຍພະລາດຊະວັງ ທັງລອງ, ຍາດເອົາເອກະລາດ, ຄວາມເສລີໃຫ້ແກ່ປະເທດຊາດ. ຜ່ານບັນດາລາຍການ, ມີນັກສິລະປະກອນ, ນັກສະແດງກ່ວາ 100 ຄົນ ໄດ້ພິສູດບັນດາພາລະກຳທີ່ອົງອາດກ້າຫານຂອງລຸ້ນພໍ່ລຸ້ນອ້າຍ ກໍ່ຄືບັນດາຜົນງານຂອງປະເທດຊາດ, ພິເສດ ແມ່ນບັນດາໝາກຜົນໃນວິວັດການສ້າງສາ ແລະ ພັດທະນາຮອບດ້ານຂອງນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ