ນະຄອນ ໂຮ່ຈີມິນ ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງ ຈີນ

(VOVWORLD) - ຕອນຄ່ຳວັນທີ 27 ສິງຫາ, ທ່ານ ເຕີດແທ່ງກາງ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບຄະນະຜູ້ແທນ ສະພາປຶກສາການເມືອງແຫ່ງຊາດ ຈີນໂດຍທ່ານ ແຢວນກວຍເຣີ໋ນ, ຮອງຫົວໜ້າຄະນະກຳມະການພົວພັນຕ່າງປະເທດສະພາປຶກສາການເມືອງແຫ່ງຊາດຈີນ ເປັນຫົວໜ້າຄະນະ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ນະຄອນ ໂຮ່ຈີມິນ ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງ ຈີນ - ảnh 1ທ່ານ ເຕີດແທ່ງກາງ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບຄະນະຜູ້ແທນ ສະພາປຶກສາການເມືອງແຫ່ງຊາດ ຈີນໂດຍທ່ານ ແຢວນກວຍເຣີ໋ນ 

ທ່ານ ເຕີດແທ່ງກາງ ໄດ້ສະແດງຄວາມເຊື່ອໝັ້ນ ແລະ ຄວາມປາດຖະໜາວ່າ, ຜ່ານການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຈະຊ່ວຍເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ຈີນ, ກໍ່ຄືລະຫວ່າງຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ສະພາປຶກສາການເມືອງແຫ່ງຊາດນະຄອນ ປັກກິ່ງ. ທ່ານ ແຢວນກວຍເຣີ໋ນ ຢືນຢັນວ່າ ສະພາປຶກສາການເມືອງແຫ່ງຊາດ ຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ ກັບບັນດາຄະນະ, ຂະແໜງການນະຄອນ ໂຮ່ຈີມິນ, ເພື່ອແນໃສ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ ຈີນ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ