ນະ​ຄອນ ໂຮ່​ຈີ​ມິນ ໄຂ​ຖະ​ໜົນ​ດອກ​ໄມ້​, ຖະ​ໜົນ​ປຶ້ມ​ເຕັດ

(VOVWORLD) - ຕອນຄ່ຳວັນທີ 7 ກຸມພາ, ຖະໜົນດອກໄມ້ຫງວຽນເຫ້ວ ບຸນເຕັດປີມະໂລງ 2024 ໄດ້ໄຂຂຶ້ນ ຢູ່ນະຄອນ ໂຮ່ຈີມິນ ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງຄວາມຮັກແພງ, ບຸນເຕັດເຕົ້າໂຮມ”. 
ນະ​ຄອນ ໂຮ່​ຈີ​ມິນ ໄຂ​ຖະ​ໜົນ​ດອກ​ໄມ້​, ຖະ​ໜົນ​ປຶ້ມ​ເຕັດ - ảnh 1ຖະໜົນດອກໄມ້ (ພາບ: TTXVN)

ກ່ອນໜ້ານັ້ນໃນຕອນບ່າຍວັນດຽວກັນ, ຖະໜົນປຶ້ມ ເຕັດກໍ່ໄດ້ໄຂຂຶ້ນ. ຖະໜົນດອກໄມ້ໄດ້ແບ່ງປັນ 3 ພາກໃຫຍ່. ປ້າ ຝ່ານທິຢ້ຽມຈາງ ປະຊາຊົນເມືອງ 1 ແບ່ງປັນວ່າ:

ມາຖະໜົນດອກໄມ້, ຂ້າພະເຈົ້າຮູ້ສຶກດີໃຈ ແລະ ມີຄວາມສຸກຫຼາຍ. ຂ້າພະເຈົ້າບໍ່ຄິດວ່າຈະມີຫຼາຍຄົນມາໄວຄືຈັງຊີ້. ຂ້າພະເຈົ້າເຫັນວາ ຖະໜົນດອກໄມ້ປີນີ້ງາມທີ່ສຸດ ດ້ວຍຄູ່ມັງກອນບິນຢູ່ກາງຝ້າ. ຂ້າພະເຈົ້າຫວັງວ່າ ປະເທດຫວຽດນາມ ກໍ່ຈະມີການພັດທະນາຄືສັນຍາລັກມັງກອນບິນຂຶ້ນຝ້າ.

 ຕາມຄະນະຈັດຕັ້ງແລ້ວ, ຮູບມັງກອນ ຢູ່ ຖະໜົນດອກໄມ້ຍັງເຕື້ອງເຖິງມູນເຊື້ອກ່ຽວກັບເລື່ອງປະຫວັດ ລູກມັງກອນຫຼາຍເທລະດີ ແລະ ສິ່ງທີ່ດີງາມໃນປີໃໝ່. ໃນຂະນະນັ້ນ, ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງຄວາມຮັກແພງ - ບຸນເຕັດເຕົ້ມໂຮມ”, ງານບຸນຖະໜົນປຶ້ມເຕັດ ປີນີ້ຈະແກ່ຍາວແຕ່ວັນທີ 7 ຫາວັນທີ 14 ກຸມພາ ຢູ່ຖະໜົນເລເລີຍ, ເມືອງ 1, ນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ