ນະ​ຄອນ ໂຮ້ຍ​ອານ ມີຕື່ມ​ອີກ 2 ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ

(VOVWORLD) - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫາກໍປະກາດບັນດາຂໍ້ຕົກລົງຮັບຮອງເອົາອາຊີບຫັດຖະກຳທີ່ເປັນມູນເຊື້ອເຮັດເຮືອນແພ ແລະ ອາຊີບຈັກສານອູ່ດ້ວຍໃບສາລີ ຢູ່ນະຄອນ ໂຮ້ຍອານ, ແຂວງ ກວ໋າງນາມ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.
ນະ​ຄອນ ໂຮ້ຍ​ອານ ມີຕື່ມ​ອີກ 2 ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ - ảnh 1 ອາຊີບຈັກສານອູ່ດ້ວຍໃບສາລີ ໄດ້ມີມາແຕ່ດົນນານ ແລະ ພັດທະນາຢູ່ເກາະ ກູ່ລາວຈ່າມ, ນະຄອນ ໂຮ້ຍອານ ໃນຫຼາຍສະຕະວັດ (ພາບ: ໜັງສືພິມ ກວາງນາມ)

        ອາຊີບຈັກສານອູ່ດ້ວຍໃບສາລີ ໄດ້ມີມາແຕ່ດົນນານ ແລະ ພັດທະນາຢູ່ເກາະ ກູ່ລາວຈ່າມ, ນະຄອນ ໂຮ້ຍອານ ໃນຫຼາຍສະຕະວັດ. ອາຊີບເຮັດເຮືອນແພຢູ່ ຕາແສງ ເກີ້ມແທງ, ນະຄອນ ໂຮ້ຍອານ ໄດ້ສ່ອງແສງປະຫວັດສາດແຫ່ງການກໍ່ສ້າງ ແລະ ພັດທະນາໝູ່ບ້ານ ແລະ ໝູ່ບ້ານອາຊີບ, ຂະແໜງອາຊີບທີ່ເປັນມູນເຊື້ອຢູ່ຕາແສງ ເກີ້ມແທງ ເວົ້າສະເພາະ ແລະ ຕົວເມືອງ - ທ່າພານິດ ໂຮ້ຍອານ ເວົ້າລວມ. ທ່ານນາງ ເຈືອງທິງອກເກີ໋ມ, ຫົວໜ້າສູນວັດທະນະທຳ - ກິລາ ແລະ ວິທະຍຸ - ໂທລະພາບນະຄອນ ໂຮ້ຍອານ ໃຫ້ຮູ້ວ່າ ນະຄອນ ໂຮ້ຍອານ ພວມມານະພະຍາຍາມອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງອາຊີບຫັດຖະກຳທີ່ເປັນມູນເຊື້ອນີ້ໃຫ້ເປັນຢ່າງດີທີ່ສຸດ.

        “ປັດຈຸບັນ, ພວກຂ້າພະເຈົ້າ ກຳນົດໜ້າທີ່ຈຸດສຸມແມ່ນ ບຳລຸງສ້າງ, ອົບຮົມ ແລະ ດຶງດູດບັນດານັກສິລະປະກອນ, ຜູ້ເຮັດອາຊີບຫັດຖະກຳທີ່ເປັນມູນເຊື້ອນີ້, ກໍຄືດຶງດູດເພື່ອນໜຸ່ມເຂົ້າຮ່ວມການປະຕິບັດຕົວຈິງ ແລະ ປະດິດຄິດສ້າງບັນດາຮູບແບບສິລະປະພື້ນເມືອງນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ