ນະຄອນຍາຈາງແມ່ນສະຖານທີ່ດຳເນີນເຫດການຄັ້ງທຳອິດຂອງປີAPEC2017ຢູ່ຫວຽດນາມ

ນະຄອນຍາຈາງແມ່ນສະຖານທີ່ດຳເນີນເຫດການຄັ້ງທຳອິດຂອງປີAPEC2017ຢູ່ຫວຽດນາມ - ảnh 1
(ນາຄອນຍາຈາງ)

(vovworld)- ​ວັນ​ທີ 1/11, ຢູ່ນະ​ຄອນ​ຍາ​ຈາງ, ທ່ານ ຫງວຽນ​ກວັກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ການປະ​ເທດ ​ໄດ້ນ​ຳ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ລວມມີ: ຜູ້​ຕາງ​ໜ້າ​ບັນ​ດາ​ອະ​ນຸ​ກຳ​ມະ​ການ ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ APEC 2017 ​ມີ​ການ​ເຮັດ​ວຽກ ​ກັບ​ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ແຄງ​ຮົ່ວ ກ່ຽວ​ກັບ​ການ​ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ ຢູ່​ຍາ​ຈາງ ເພື່ອ​ຈັດ​ຕັ້ງ​ບາງ​ເຫດ​ການ ໃນ​ຂອບ​ເຂດກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ (APEC) ປີ 2017 ຢູ່​ຫວຽດ​ນາມ.

        ລັດ​ຖະ​ບານ ໄດ້​ເຫັນ​ດີ​ເລືອກ​ເອົາ ​ນະ​ຄອນ​ຍາ​ຈາງ ເພື່ອ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC ຄັ້ງ​ທຳ​ອິດ (SOM1), ​ເຊິ່ງຈະໄດ້​ດຳ​ເນີນ ໃນ​ລະ​ຫວ່າງ ວັນ​ທີ 18/2-3/3/2017, ​ລວມ​ມີ​ກອງ​ປະ​ຊຸມ​ໃຫຍ່​, ນ້ອຍ ກ່​ວາ 80 ກອງປະ​ຊຸມ ດ້ວຍ​ການ​ເຂົ້າ​ຮ່ວມ​ ຂອງ​ຜູ້​ແທນ ປະ​ມານ 2.500 ທ່ານ. ກອງ​ປະ​ຊຸມນີ້ ​ແມ່ນ​ເຫດ​ການ​ທຳ​ອິດທາງ​ການ ຂອງ​ປີ APEC 2017 ຢູ່​ຫວຽດ​ນາມ. ພ້ອມ​ກັນ​ນັ້ນ, ຢູ່​ຍາ​ຈ​າງ ຈະດຳ​ເນ​ີນກ​ອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີການ​ເງິນ APEC ແລະ ກອງ​ປະ​ຊຸມ​ຮອງຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ APEC. ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ວາງ​ອອກ​ ໃຫ້​ແຂວງ​ແຄງ​ຮົ່ວ ແມ່ນ​ຄວນ​​ປັບ​ປຸງພື້ນ​ຖານໂຄງ​ລ່າງ, ກະ​ກຽມ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຝຶກ​ອົບ​ຮົມ, ບຳ​ລຸງ​ສ້າງ​ກຳ​ລັງ​​ນັກ​ອາ​ສາ​ສະ​ມັກ; ມີ​ການ​ກະ​ກຽມຢ່າງ​ລະ​ອຽດລະ​ອໍ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ ວຽກ​ງານ​​ປ້ອງ​ກັນຄວາມ​ສະ​ຫງົບ​, ຄວາ​ມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ການ​ຄົມ​ມະ​ນາ​ຄົມ, ສາ​ທະ​ລະ​ນະ​ສຸກ ແລະ ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນ​າ​ເຜີຍ​ແຜ່, ເຜີຍ​ແຜ່​ເຫດ​ການ ໃນ​ເວ​ລາ​ດຳ​ເ​ນີນ​ບັນ​ດາ​ການ​ເຄື່ອນ​ໄຫວນ​ີ້.

 

ຂ່າວ/ບົດ​ອື່ນ