ນະຄອນຮ່າໂນ້ຍ ມອບນາມມະຍົດໝູ່ບ້ານອາຊີບ, ນັກສິລະປະການ

(VOVWORLD) - ຜະລິດຕະພັນອຸດສາຫະກຳຊົນນະບົດດີເດັ່ນຂັ້ນນະຄອນ, ນາມມະຍົດ “ນັກສິລະປະການ ຮ່າໂນ້ຍ” ປີ 2017.


ວັນທີ 6 ກຸມພາ, ນະຄອນຫຼວງ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະຫລຸບ ແລະ ມອບບັນດານາມມະຍົດ “ໝູ່ບ້ານອາຊີບ”, ຜະລິດຕະພັນອຸດສາຫະກຳຊົນນະບົດດີເດັ່ນຂັ້ນນະຄອນ, ນາມມະຍົດ “ນັກສິລະປະການ ຮ່າໂນ້ຍ” ປີ 2017.

        8 ໝູ່ບ້ານໄດ້ຮັບຮອງວ່າແມ່ນໝູ່ບ້ານອາຊີບເຊິ່ງລວມມີ: 3 ໝູ່ບ້ານປູກດອກໄມ້, ຕົ້ນໄມ້ປະດັບ; 2 ໝູ່ບ້ານເຮັດເຂົ້າປຸ້ນ, ເຮັດເຂົ້າຂຽບ; 3 ໝູ່ບ້ານອາຊີບຊ່າງໄມ້. ນາມມະຍົດ “ນັກສິລະປະການ ຮ່າໂນ້ຍ” ໄດ້ມອບໃຫ້ນັກສິລະປະການ 42 ຄົນ. 31 ຜະລິດຕະພັນຂອງຂະແໜງອາຊີບຕ່າງໆ ໄດ້ຮັບຮອງວ່າແມ່ນຜະລິດຕະພັນອຸດສາຫະກຳຊົນນະບົດດີເດັ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ