ນະຄອນຮ່າໂນ້ຍຊີ້ນຳການພິຈາລະນາຜ່ອນຜັນໃຫ້ເຄື່ອນໄຫວການບໍລິການບາງຢ່າງ

(VOVWORLD) -ບົນພື້ນຖານໝາກຜົນທີ່ບັນລຸໄດ້, ປະຈຳການຄະນະພັກຈະມອບໃຫ້ຄະນະພະນັກງານພັກຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ພິຈາລະນາ, ຕີລາຄາສັງລວມຕົກລົງວິທີການຜ່ອນຜັນໃຫ້ເຄື່ອນໄຫວການບໍລິການບາງຢ່າງ
ນະຄອນຮ່າໂນ້ຍຊີ້ນຳການພິຈາລະນາຜ່ອນຜັນໃຫ້ເຄື່ອນໄຫວການບໍລິການບາງຢ່າງ - ảnh 1(ພາບປະກອບ: kinhtedothi.vn)

ຕອນບ່າຍວັນທີ 13 ກັນຍາ, ຜູ້ປະຈຳການຄະນະພັກນະຄອນ ຮ່າໂນ້ຍ ໄດ້ຈັດກອງປະຊຸມ, ຕີລາຄາກ່ຽວກັບວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນນະຄອນ. ບົນພື້ນຖານໝາກຜົນທີ່ບັນລຸໄດ້, ປະຈຳການຄະນະພັກຈະມອບໃຫ້ຄະນະພະນັກງານພັກຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ພິຈາລະນາ, ຕີລາຄາສັງລວມຕົກລົງວິທີການຜ່ອນຜັນໃຫ້ເຄື່ອນໄຫວການບໍລິການບາງຢ່າງໃນບັນດາເຂດ ບົນພື້ນຖານຮັບປະກັນມາດຕະການປ້ອງກັນ ຕ້ານໂລກລະບາດພາຍຫຼັງວັນທີ 15 ແລະ 21 ກັນຍາ ຢ່າງແໜ້ນແຟ້ນ. ນະຄອນ ຮ່າໂນ້ຍ ໄດ້ວາງເປົ້າໝາຍລະອຽດແຖວໜ້າເພື່ອພິຈາລະຈາຜ່ອນຜັນບັນດາມາດຕະການແຍກຫ່າງສັງຄົມແມ່ນ: ຮອດວັນທີ 19 ກັນຍາມ ການວິໄຈຫາເຊື້ອຕ້ອງປະຕິບັດໃຫ້ສຳເລັດຖືກຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ສັກວັກຊິນເຂັມທີ 1 ໃຫ້ປະຊາຊົນໝົດທຸກຄົນມີອາຍຸແຕ່ 18 ປີຂຶ້ນໄປ; ຜ່ານນັ້ນຄວບຄຸມສະພາບໂລກລະບາດ, ເປັນພື້ນຖານເພື່ອພິຈາລະນາຜ່ອນຜັນບັນດາການເຄື່ອນໄຫວແຍກຫ່າງສັງຄົມ, ເປີດກວ້າງການເຄື່ອນໄຫວສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ