ນະ​ຄອນ​ເກິນ​ເທີ ແລະ UN - Habitat ຮ່ວມ​ມື​ຜັນ​ຂະ​ຫຍາຍ​ຂໍ້​ຕົ​ກ​ລົງ​ທົ່ວ​ໂລກ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ພະ​ລັງ​ງານ

(VOVWORLD) - ຕອນບ່າຍວັນທີ 11 ກຸມພາ, ຢູ່ນະຄອນ ເກິນເທີ, ຄະນະປະຕິບັດງານຂອງໂຄງການ ສະພາບແວດລ້ອມໃນການດຳລົງຊີວິດ ສປຊ (UN -Habitat) ໂດຍທ່ານນາງ Laids Cea, UN –Habitat ຢູ່ເຂດ ອາຊີ - ປາຊີຟິກ, ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບການນຳຄະນະກຳມະການປະຊາຊົນນະຄອນ ເກິນເທີກ່ຽວກັບໂຄງການຮ່ວມມືຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບດິນຟ້າອາກາດ ແລະ ພະລັງງານ ຢູ່ນະຄອນ ເກິນເທີ. 
ນະ​ຄອນ​ເກິນ​ເທີ ແລະ UN - Habitat ຮ່ວມ​ມື​ຜັນ​ຂະ​ຫຍາຍ​ຂໍ້​ຕົ​ກ​ລົງ​ທົ່ວ​ໂລກ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ພະ​ລັງ​ງານ - ảnh 1ການເຮັດວຽກລະຫວ່າງ  ຄະນະປະຕິບັດງານUN –Habitat ກັບ ການນຳຄະນະກຳມະການປະຊາຊົນນະຄອນ ເກິນເທີ (ພາບ: TTXVN)

ຕາມທ່ານ ຫງວຽນກວາງ, ຜູ້ອຳນວຍການ UN –Habitat ຫວຽດນາມແລ້ວ, UN –Habitat ມີຄວາມປາດຖະໜາຢາກເຮັດວຽກກັບນະຄອນເກິນເທີເພື່ອຮັບຟັງຄືນໃໝ່ຄຳໝັ້ນສັນຍາເຂົ້າຮ່ວມໂຄງການນີ້, ຍ້ອນວ່າ ເກິນເທີແມ່ນໜຶ່ງໃນ 3 ນະຄອນຂອງ ຫວຽດນາມໄດ້ທີ່ຮັບການເລືອກເຟັ້ນ, ພ້ອມທັງມີຄວາມປາດຖະໜາຢາກ ປຶກສາຫາລື ໂດຍກົງກັບນະຄອນເພື່ອສົມທົບກັນສ້າງກຸ່ມໃຫ້ແກ່ໂຄງການດຳເນີນງານໃນໄລຍະຈະມາເຖິງ. ທ່ານ ດ່າວແອງຢຸງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ເກິນເທີໄດ້ສະເໜີໃຫ້ UN –Habitat ໜູນຊ່ວຍນະຄອນສ້າງແຜນການເຄື່ອນໄຫວກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງໂຄງການຕົວເມືອງເກິນເທີ ກໍ່ຄືບົດລາຍງານທີ່ຖືກຕ້ອງຕາມແບບແນະນຳຂອງ UN –Habitat. ໃນໄລຍະຈະມາເຖິງ, ນະຄອນເກິນເທີ ແລະ UN –Habitat ຈະສົມທົບກັນຜັນຂະຫຍາຍໂຄງການຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ