ນະຄອນເກີນເທີໂຄສະນາການລົງທຶນຢູ່ແບນຊິກ

   ນະຄອນເກີນເທີໂຄສະນາການລົງທຶນຢູ່ແບນຊິກ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​​ຫວຽດນາມ​ປະຈຳ​ແບນ​ຊິກ ​ແລະ ລຸກ​ຊຳ​ບວກ ຝ້າ​ມ​ແຊງ​ເຈົາ ກ່າວຄຳເຫັນທີ່ການສົ່ງເສີມລົງທຶນຢູ່ແບນຊິກ
(ພາບ: Vietnam+)

(vovworld)- ຄະນະ​ການ​ນຳ​ບັນດາ​ວິ​ສາ​ຫະກິດ​ນະຄອນ​ເກີນ​​ເທີ​ໂດຍ​ທ່ານ​ຮອງ​ປະທານ​ຄະນະ​ກຳມະ​ການ​ປະຊາຊົນ ວໍ້​ແທ່ງ​ທົ້ງ ນຳ​ໜ້າ ​ໄດ້​ເດີນທາງ​ໄປ​ຢ້ຽ​ມຢາມ​ລາຊະ​ອານາຈັກ​ແບນ​ຊິກ ​ແຕ່​ວັນ​ທີ 20-24/2. ວັນ​ທີ 20/2, ຢູ່​ສຳນັກງານ​ສະຖານທູດ​ຫວຽດນາມ​ປະຈຳ​ແບນ​ຊິກ, ບັນດາ​ວິ​ສາ​ຫະກິດ​ນະຄອນ​ເກີນ​​ເທີ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ບັນດາ​ນັກ​ລົງທຶນ​ແບນ​ຊິກ ​ເພື່ອ​ແນ​ໃສ່​ໂຄສະນາ​ກ່ຽວ​ກັບຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ເກີນ​ເທີ​ເພື່ອ​ດຶງ​ດູດ​ການ​ລົງທຶນ, ທ່ານ​ເອກ​ອັກຄະ​ລັດຖະທູດ​​ຫວຽດນາມ​ປະຈຳ​ແບນ​ຊິກ ​ແລະ ລຸກ​ຊຳ​ບວກ ຝ້າ​ມ​ແຊງ​ເຈົາ ​ເນັ້ນ​ໜັກວ່າ ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ຊ່ວຍນະຄອນ​ເກີນ​​ເທີ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ​ເວົ້າ​ລວມ ​ແນະນຳ ​ແລະ ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ​ຈາກບັນດາ​ວິ​ສາ​ຫະກິດ​ແບນ​ຊິກ​ໃນ​ສະພາ​ວະ​ທີ່​ນັກ​ລົງທຶນ​ຫຼາຍ​ຄົນ​ຂອງ​ແບນ​ຊິກ​ໃນ​ປະຈຸ​ບັນ​ມີ​ຄວາມ​ສົນ​ໃຈ​ເຖິງ​ຕະຫຼາດ​ເຂດ​ທົງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ​ທີ່​ສຸດ.

   ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະບັນດາ​ວິ​ສາ​ຫະກິດ​ນະຄອນ​ເກີນ​​ເທີ​ກໍ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ Flanders ຕາ​ເວັນ​ອອກ ​ເພື່ອ​ກະກຽມ​ໃຫ້​ແກ່​ງານ​ຕະຫຼາດນັດ Accenta 2014 ຊຶ່ງ​ຈະ​ຖືກ​ໄຂ​ຂຶ້ນ​ໃນ​ເດືອນ 9 ຢູ່​ນະຄອນ Gent . 

ຂ່າວ/ບົດ​ອື່ນ