ນະຄອນໂຮ່ຈິມິນ: ຖະໜົນດອກໄມ້, ຖະໜົນປື້ມບຸນເຕັດປີມະແມດ້ວຍສີສັນຫຼາກຫຼາຍ ແລະ ຟົດຟື້ນມ່ວນຊື່ນ

ນະຄອນໂຮ່ຈິມິນ: ຖະໜົນດອກໄມ້, ຖະໜົນປື້ມບຸນເຕັດປີມະແມດ້ວຍສີສັນຫຼາກຫຼາຍ ແລະ ຟົດຟື້ນມ່ວນຊື່ນ - ảnh 1
(ຖະໜົນ​ດອກ​ໄມ)

(vovworld) – ຕອນ​ຄໍ່າວັນ​ທີ 16/02, ງານ​ບຸນ​ຖະໜົນ​ດອກ​ໄມ້ ​ຖືກ​ໄຂ​ຂຶ້ນ​ຢູ່​ຖະໜົນ ຮ່າມງີ, ​ເມືອງ 1, ນະຄອນ​​ໂຮ່ຈິ​ມິນ. ດ້ວຍ​ຫົວ​ຂໍ້​ວ່າ “ສີ​ສັນ​ຫວຽດ - ຄວາມອົງອາດ​ຫວຽດນາມ”, ​ໄດ້​ວາດ​ພາບ​ເຖິງ​ການ​ອອກ​ແຮງ​ງານ, ມູນ​ເຊື້ອ​ຮັກ​ຊາດ, ​ຄວາມຫວັງ​​ໄດ້​ຮັບ​ສັນຕິ​ຕາບ, ການ​ພັດທະນາ, ວັດ​ຖະນາ​ຖາວອນ​ຂອງ​ນະ​ຄອນ​ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ ​ແລະ ທົ່ວປະ​ເທດ​ເວົ້າ​ລວມ. ຜ່ານ​ນັ້ນ, ຖະໜົນ​ດອກ​ໄມ້​ກໍ່​ສົ່ງ​ສານ​ຂອງ​ຊາວ​ຫວຽດນາມ ທີ່​ອົງອາດ​ກ້າຫານ, ບໍ່​ຍ້ອມ​ຈຳນົນ, ຜ່ານ​ຜ່າ​ທຸກ​ສິ່ງ​ທຸກ​ຢ່າງ, ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຂອງ​ຊາດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ​ໂຮ່ຈິ​ມິນ ກໍ່​ໄດ​້​ໄຂ​ງານ​ບຸນ​ຖະໜົນ​ປື້​ມບຸນ​ເຕັດ​ປີ​ມະ​ແມ​ ດ້ວຍ​ຫົວ​ຂໍ້​ວ່າ “ສີ​ສັນ​ຫວຽດ - ຄວາມອົງອາດ​ຫວຽດນາມ”. ງານ​ບຸນ​ໄດ້​ແນະນຳ​ປື້​ມ 15.000 ກວ່າຫົວ ​ເຊິ່ງແບ່ງ​ເປັນ 4 ຫົວ​ຂໍ້​ຄື: ຂີດ​ໝາຍ​ປະ​ຫວັດ​ສາດ - ​ໄຂ​ຊ່ອນ - ນະຄອນ​ໂຮ່ຈິ​ມິນ; ຄວາມ​ເອກອ້າງ​ຖະນົງ​ໃຈ - ​ຊາວ​​ນະຄອນ​ທີ່​ໃສ່​ຊື່​ປະທານ​ໂຮ່ຈິ​ມິນ; ​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກກະ​ລະບູຊາ; ນະ​ຄອນ​ເຊື່ອມ​ໂຍງ. ງານ​ບຸນ​ທັງ 2 ນີ້ ດຳ​ເນີນ​ຮ​ອດວັນ​ທີ 22/02 ຈຶ່ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ