ນະຄອນໂຮ່ຈິມິນ ສຸມໃສ່ຄວບຄຸມໄພເງິນເຟີ້ ແລະ ກະຕູ້ນເສດຖະກິດ ໃນຊຸມເດືອນທ້າຍປີ

ນະຄອນໂຮ່ຈິມິນ ສຸມໃສ່ຄວບຄຸມໄພເງິນເຟີ້ ແລະ ກະຕູ້ນເສດຖະກິດ ໃນຊຸມເດືອນທ້າຍປີ - ảnh 1
(ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 24/07, ຄະນະ​ກຳມະການ​ປະຊາຊົນນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ສະພາບ​ເສດຖະກິດ, ວັດທະນະທຳ, ສັງຄົມ ​ແລະ ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ໃນ 7 ​ເດືອນ​ຜ່ານ​ມາ ​ແລະ ວຽກ​ງານ​ຈຸດ​ສູ​ມ​ໃນ​ຊຸມ​ເດືອນ​ຕໍ່​ໄປ.

        ​ເບິ່ງ​ລວມ​ແລ້ວ, ​ໃນ 7 ​ເດືອນຜ່ານ​ມາ, ນະຄອນ​ສືບ​ຕໍ່​ຮັກສາ​ລະດັບ​ເຕີບ​ໂຕ​ດີ​ພໍ​ສົມຄວນ, ​ບັນດາ​ຂະ​ແໜງ​ອຸດສາ​ຫະກຳ​ສືບ​ຕໍ່​ໄດ້​ຮັບ​ການ​ເປີດ​ກວ້າງ, ​ໂຄງ​ປະກອບ​ຂະ​ແໜງພາຍ​ໃນຫັນປ່ຽນ​ຕາມ​ທິດ​ເພີ່ມ​ອັດຕາສ່ວນ​​ບັນດາ​ຂະ​ແໜງ​ປຸ້ງ​ແຕ່ງ, ຜະລິດ ​ແລະ ຫຼຸດຜ່ອນ​ຂະ​ແໜງ​ຂຸດ​ຄົ້ນບໍ່​ແຮ່​ເທື່ອ​ລະ​ກ້າວ.

        ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2014, ນະຄອນ​ໂຮ່ຈິ​ມິນ ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ໜູນ​ຊ່ວຍ​ວິ​ສາ​ຫະກິດ; ຍູ້​ແຮງ​ການ​ພັດທະນາ​ທ່າ​ກຳ​ປັ່ນ ​ແລະ ການ​ບໍລິການ​ທ່າ​ກຳ​ປັ່ນ​, ​ເພີ່ມ​ທະວີ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ປ້ອງ​ກັນ, ຕ້ານ​ການ​ຄ້າ​ເຖື່ອນ. ພ້ອມ​ທັງ​ຮີບ​ເຮັ່ງ​ສຳ​ເລັດ​​ແຜນ​ຮ່າງ​ສ້າງ​ຕັ້ງ​ເຂດ​ເສດຖະກິດ​ພິ​ເສດ​ຂອງ​ນະ​ຄອນ, ​ເປັນ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ການ​ບໍລິການ​ທ່າ​ກຳ​ປັ່ນ. ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ໃຫ້​ຮູ້​ວ່າ.

        “​ແຕ່​ນີ້​ຮອດ​ທ້າຍ​ປີ ພວກ​ເຮົາ​ສຸມ​ໃສ່​ບໍລິຫານ​ຂົງ​ເຂດ​ຂາ​ອອກ, ຂາ​ເຂົ້າ ​ແລ​ະ ຄວບ​ຄຸມ​ໄພ​ເງິນ​ເຟີ້. ​​ແຕ່ຖ້າ​ຫາກ​ບໍ່​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ການ​ກະ​ຕູ້ນ​ເສດຖະກິດ ​ເສດຖະກິດຈະ​ບໍ່​ເຕີບ​ໂຕ​ໄດ້. ​ໃນ​ເດືອນ 07 ​ໄດ້​ມີ​ການ​ດັດປັບລາຄາ​ນ້ຳມັນ​ເປັນ 2 ຄັ້ງ, ສິ່ງ​ດັ່ງກ່າວ​ຈະ​ກະທົບເຖິງ​ໂຄງ​ປະກອບ​ລາຄາ​ຜະລິດ​ຕະພັນ, ສະ​ນັ້ນ​ບັນດາ​ພະ​ແນ​ກ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ຄວນ​ຕິດ​ພັນ​ກັບ​ສະພາບ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນຢ່າງ​ໃກ້ຊິດ ​ເພື່ອ​ມີ​ກົນ​ໄກ​ບໍລິຫານ​ຢ່າງ​ມີ​ປະສິດທິ​ຜົນ”.

ຂ່າວ/ບົດ​ອື່ນ