ນະຄອນໂຮ່ຈີມິນຈະກາຍເປັນນະຄອນທຳອິດທີ່ມີຄວາມໃກ້ຊິດສະໜິດສະໜົມກັບເດັກ

ນະຄອນໂຮ່ຈີມິນຈະກາຍເປັນນະຄອນທຳອິດທີ່ມີຄວາມໃກ້ຊິດສະໜິດສະໜົມກັບເດັກ - ảnh 1
ທ່ານເຮືອງ້ອກທ້ວນ ຮອງປະທານຄະນະກຳມະການປະຊາຊົນ
ນະຄອນ ໂຮ່ຈີມິນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: tuoitre.vn)


(vovworld) – ​ ວັນ​ທີ 24/9, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ສົມທົບ​ກັບ​ກອງ​ທຶນ​ສະຫະ​ປະຊາ​ຊາດ​ເພື່ອ​ເດັກນ້ອຍ ​ປະຈຳ ຫວຽ​ດນາມ (Unicef) ຈັດ​ຕັ້ງ​ກອງ​ປະຊຸມ​ໂຕະມົນ​ຂັ້ນ​ສູງ ກະກຽມ​ໃຫ້ການ​ປະຕິບັດຂໍ້​ລິ​ເລີ່​ມ​ນະຄອນ​​ໃກ້ຊິດສະໜິດສະໜົມ​ກັບ​ສິ່ງ​​ແວດ​ລ້ອມ. ນີ້​ແມ່ນ​ໜຶ່ງ​ໃນບັນດາ​ເຫດ​ການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ການ​ຮ່ວມ​ມື ຫວຽດນາມ ​ແລະ Unicef. ຂໍ້​ລິ​ເລີ່​ມນະຄອນ​​ໃກ້ຊິສະໜິດສະໜົມ​ກັບ​ເດັກ​ໄດ້​ຮັບ​ການ​ກໍ່ສ້າງ ​ເພື່ອ​ແນ​ໃສ່​ປົວ​ແປງ​ຄຸນ​ນະພາ​ບ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ເດັກນ້ອຍ, ​ຊ່ວຍ​ບັນດາ​ເດັກນ້ອຍ​ທີ່​ມັກຖືກ​ສ່ຽງ​ໄພສູງກວ່າ​ເພິ່ນສຳ​ຜັດກັບ​ບັນດາການ​ບໍລິການພື້ນຖານ ​ແລະ ການ​ເຄື່ອນ​ໄຫວ​ສົງ​ເຄາະສັງຄົມ. ຂໍ້​ລິ​ເລີ່​ມສ້າງ​ພື້ນຖານ​ໃຫ້​ນະຄອນ ​ໂຮ່ຈີ​ມິນ ກາຍ​​ເປັນ​ນະຄອນ​ທີ່​ໃກ້ຊິດ​ສະໜິດສະໜົມ​ກັບ​ເດັກນ້ອຍ​ແຫ່ງ​ທຳ​ອິດ​ຂອງ ຫວຽດນາມ, ຊຸກຍູ້​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ​ສັງຄົມ, ປະຊາ​ຄົ​ມ, ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ ໜູນ​ຊ່ວຍປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ເດັກນ້ອຍ​ທຸກ​ຍາກ ​ແລະ ​ເດັກນ້ອຍ​ທີ່​ມີ​ໄພ​ຖືກ​ສວຍ​ໃຊ້ ແລະ ຖືກ​ກົດ​ຂີ່ຂູດ​ຮີດ.

ຂ່າວ/ບົດ​ອື່ນ