ນະຄອນໂຮ່ຈີມິນນອນໃນທ້ອບນຳໜ້າຢູ່ອາຊີ-ປາຊີຟິກກ່ຽວກັບການດຶງດູດການລົງທຶນ

(VOVWORLD) -ເປັນຄັ້ງທຳອິດທີ່ນະຄອນໂຮ່ຈີມິນ ຂອງຫວຽດນາມ ລອດເຂົ້າທ້ອບບັນດານະຄອນທີ່ໄດ້ຮັບຄວາມນິຍົມທີ່ສຸດຢູ່ອາຊີ - ປາຊີຟິກ ກ່ຽວກັບການລົງທຶນຂ້າມຊາຍແດນ.
ນະຄອນໂຮ່ຈີມິນນອນໃນທ້ອບນຳໜ້າຢູ່ອາຊີ-ປາຊີຟິກກ່ຽວກັບການດຶງດູດການລົງທຶນ - ảnh 1(ພາບປະກອບ: TTXVN)

ຜົນການສຳຫຼວດຂອງນັກລົງທຶນອາຊີ - ປາຊີຟິກ ປີ 2021 ໂດຍບໍລິສັດອະສັງຫາລິມະຊັບການຄ້າທົ່ວໂລກ (CBRE) ດຳເນີນ, ໃຫ້ຮູ້ວ່າ ເປັນຄັ້ງທຳອິດທີ່ນະຄອນໂຮ່ຈີມິນ ຂອງຫວຽດນາມ ລອດເຂົ້າທ້ອບບັນດານະຄອນທີ່ໄດ້ຮັບຄວາມນິຍົມທີ່ສຸດຢູ່ອາຊີ - ປາຊີຟິກ ກ່ຽວກັບການລົງທຶນຂ້າມຊາຍແດນ.

        CBRE ໃຫ້ຂໍ້ສັງເກດວ່າ, ເລື່ອງນະຄອນໂຮ່ຈີມິນ ຢືນອັບດັບທີ 5 ໃນບັນຊີລາຍຊື່ ແມ່ນໜຶ່ງໃນບັນດາໝາກຜົນທີ່ໜ້າສົນໃຈທີ່ສຸດຂອງປີນີ້. ລະອຽດແມ່ນ, ເລື່ອງທີ່ນະຄອນຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ ໄດ້ຊ່ວຍດຶງດູດການລົງທຶນເຂົ້າໃນຂົງເຂດຜະລິດ, ໄດ້ເຮັດໃຫ້ນັກລົງທຶນມີຄວາມສົນໃຈຕໍ່ຊັບສິນອຸດສາຫະກຳ ແລະ logistic ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ