ນະຄອນໂຮ່ຈິມິນຮັບຫຼຽນໄຊໂຮ່ຈິມິນ

ນະຄອນໂຮ່ຈິມິນຮັບຫຼຽນໄຊໂຮ່ຈິມິນ - ảnh 1
ນະຄອນໂຮ່ຈິມິນຮັບຫຼຽນໄຊໂຮ່ຈິມິນ
(ພາບ: baogiaothong.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 31/08, ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​​ເດືອນ​ສິງຫາ (19/08/1945 – 19/08/2015), ວັນ​ຊາດຫວຽດນາມ ທີ 2 ກັນຍາ (02/09/1945 – 02/09/2015). ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທ​ິຢວານ; ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເລ​ຮ່ວາງ​ກວນ​, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຊີ້​ແຈ້ງວ່າ.

        “​ເພື່ອ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ​ທີ 2 ກັນຍາ​ຂອງປະ​ເທດ ສສ.​ຫວຽດນາມ ຢ່າງ​ແທດ​ຈິງ, ​​ພະນັກງານ, ສະມາຊິກ​ພັກແຕ່​ລະຄົນ ກໍ​ຄື​ປະຊາຊົນ​ທຸກໆ​ຄົນ​ຂອງ​ນະຄອນ​ໂຮ່ຈິ​ມິນ ໝັ້ນ​ໝາຍວ່າ ຈະ​ອອກ​ແຮງ​​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ນະຄອນ ​ໃຫ້​ກາຍ​ເປັນ​ນະຄອນ​ສີວິ​ໄລ, ທັນ​ສະ​ໄໝ. ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ສ້າງ​ສາ ​​ແລະ ປົກ​ປັກ​ຮັກສາ​ລັດ​ທິສັງຄົມນິຍົມ, ປະຕິບັດ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸ​ຕິ​ທຳ, ສີວິ​ໄລຢ່າງ​ມີ​ໄຊ, ກ້າວ​ຂຶ້ນສູ່​​ສັງ​ຄົມ​ນິຍົມ​ຢ່າງ​ໝັ້ນ​ຄົງ”.

        ​ເນື່ອງ​​ໂອກາດ​ນີ້, ນະຄອນ​ໂຮ່ຈິ​ມິນ ​ເປັນ​ກຽດ​ໄດ້​ຮັບ​ຫຼຽນ​ໄຊ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ