ນະຄອນໂຮ່ຈີມິນແລະນິວຊີແລນຍູ້ແຮງການລົງທຶນ,ຮ່ວມມືດ້ານການຄ້າ,ກະສິກຳ

(VOVWORLD) -ວັນທີ 08 ສິງຫາ, ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Damien O’Connor, ລັດຖະມົນຕີກະຊວງກະສິກຳ, ຄວາມໝັ້ນຄົງດ້ານຊີວະ, ຄວາມປອດໄພດ້ານສະບຽງອາຫານ ແລະ ບັນດາບັນຫາຊົນນະບົດ, ທັງເປັນລັດຖະມົນຕີກະຊວງການຄ້າ ແລະ ການເຕີບໂຕໃນການສົ່ງອອກຂອງນິວຊີແລນ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ນະຄອນໂຮ່ຈີມິນແລະນິວຊີແລນຍູ້ແຮງການລົງທຶນ,ຮ່ວມມືດ້ານການຄ້າ,ກະສິກຳ - ảnh 1 ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Damien O’Connor

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍິນ ຖືວ່າ, ການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ ນິວຊີແລນ ພວມພັດທະນາຢ່າງຕັ້ງໜ້າ, ຜ່ານນັ້ນ ປະກອບສ່ວນຍົກສູງກຳລັງຄວາມສາມາດຂອງພະນັກງານຄຸ້ມຄອງ, ສືບຕໍ່ນຳໃຊ້ບັນດາຄວາມຮູ້ດ້ານວິທະຍາສາດເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານໃນບໍລິເວນນະຄອນໂຮ່ຈິມິນ. ທ່ານ ຫງວຽນທ້ຽນເຍິນ ກໍ່ປາດຖະໜາວ່າ ນິວຊີແລນ ຈະໜູນຊ່ວຍດ້ານເຕັກນິກ, ວິຊາສະເພາະໃນຂອດການປຸງແຕ່ງຜະລິດຕະພັນກະເສດ, ຫຸ້ມຫໍ່ ແລະ ໂຄສະນາເຄື່ອງໝາຍການຄ້າເພື່ອແນໃສ່ຍົກສູງມູນຄ່າຜະລິດຕະພັນໃນລະບົບສະໜອງທົ່ວໂລກ. ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ບັນດາສິນຄ້າຂອງຫວຽດນາມ, ໃນນັ້ນມີນະຄອນໂຮ່ຈິມິນ ສຳພັດກັບຕະຫຼາດນິວຊີແລນ ໂດຍໄວ.

        ສ່ວນທ່ານ Damien O’Connor ກໍ່ປາດຖະໜາວ່າ, ນະຄອນໂຮ່ຈີມິນ ຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ 2 ປະເທດຍູ້ແຮງການລົງທຶນ, ຮ່ວມມືໃນບັນດາຂົງເຂດການສຶກສາ, ບຳລຸງສ້າງ, ທ່ອງທ່ຽວ, ຊົນນະບົດ…

ຕອບກັບ

ຂ່າວ/ບົດ​ອື່ນ