ນໍາຄະນະກໍາມະການຄຸ້ມຄອງທຶນຂອງລັດໃຫ້ເຂົ້າສູ່ການເຄື່ອນໄຫວ ໂດຍໄວໃນເດືອນ ຕຸລາ ປີ 2018

(VOVWORLD) -ຕອນບ່າຍວັນທີ 4 ກັນຍາ, ທີ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫວ້, ຫົວໜ້າໜ່ວຍປະຕິບັດງານຂອງນາຍົກລັດຖະມົນຕີ ກ່ຽວກັບການສ້າງຕັ້ງຄະນະກໍາມະການຄຸ້ມຄອງທຶນຂອງລັດ, ໄດ້ເປັນປະທານການເຮັດວຽກຮັບເອົາບັນດາຂໍ້ສະເໜີແນະຂອງຄະນະປະຈໍາສະພາແຫ່ງຊາດກ່ຽວກັບການສ້າງຕັ້ງອົງການດັ່ງກ່າວ.

ນໍາຄະນະກໍາມະການຄຸ້ມຄອງທຶນຂອງລັດໃຫ້ເຂົ້າສູ່ການເຄື່ອນໄຫວ ໂດຍໄວໃນເດືອນ ຕຸລາ ປີ 2018 	 - ảnh 1ທ່ານຮອງນາຍົກລັດຖະມົນຕີກ່າວຄໍາເຫັນທີ່ການເຮັດວຽກ

(ພາບ: VGP/Thanh Chung)

ໃນວາລະປະຊຸມຫວ່າງມໍ່ໆມານີ້, ຄະນະປະຈໍາສະພາແຫ່ງຊາດຖືວ່າ ຮ່າງດໍາລັດຄວນ ເຮັດແຈ້ງວຽກແຍກໜ້າທີ່ໃນການຄຸ້ມຄອງລັດ, ໜ້າທີ່ບໍລິຫານວິສາຫະກິດ, ໜ້າທີ່ຂອງຜູ້ຖືກໍາມະສິດທຶນຂອງລັດ; ມີກົນໄກ, ນະໂຍບາຍເງິນເດືອນໃຫ້ແກ່ການນໍາຂອງຄະນະກໍາມະການ, ການນໍາບັນດາຫົວໜ່ວຍໃຫ້ເໝາະສົມ ເພື່ອດຶງດູດພະນັກງານ ທີ່ມີກໍາລັງຄວາມສາມາດ, ສ້າງກໍາລັງໜູນໃຫ້ແກ່ກົງຈັກປະຕິບັດບົດບາດ, ໜ້າທີ່ຢ່າງມີປະສິດທິຜົນ. ຄະນະປະຈໍາສະພາແຫ່ງຊາດ ກໍສະເໜີໃຫ້ເຮັດແຈ້ງຂໍ້ກໍານົດຂອງຄະນະກໍາມະການທີ່ບໍ່ແຊກແຊງເຂົ້າໃນການຜະລິດ, ດໍາເນີນທຸລະກິດຂອງວິສາຫະກິດໂດຍກົງ ແລະ ຮັບປະກັນປະສິດທິຜົນ, ເພີ່ມທະວີມູນຄ່າທຶນຂອງລັດທັງໝົດທີ່ລົງທຶນເຂົ້າວິສາຫະກິດ...

        ສະຫຼຸບທີ່ການເຮັດວຽກ ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ສະເໜີໃຫ້ກະຊວງແຜນການ ແລະການລົງທຶນ ຮັບເອົາຄໍາຄິດເຫັນຈາກບັນດາກະຊວງ, ຂະແໜງການຕ່າງໆ ລາຍງານຕໍ່ນາຍົກລັດຖະມົນຕີ ເພື່ອຍື່ນເອກະສານຂໍຄໍາເຫັນຈາກບັນດາສະມາຊິກລັດຖະບານ, ຈາກນັ້ນ, ສັງລວມ, ເພີ່ມເຕີມ ເພື່ອຍື່ນສະເໜີຕໍ່ທ່ານນາຍົກລັດຖະມົນຕີ ລົງນາມປະກາດໃຊ້ດໍາລັດໃນເດືອນກັນຍາ 2018. ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ນໍາໃຊ້ບັນດາລະບຽບກົດໝາຍທີ່ພວມປະກາດໃຊ້ຢ່າງສູງສຸດ, ສ້າງເງື່ອນໄຂໃຫ້ຄະນະກໍາມະການດັ່ງກ່າວໄດ້ເຂົ້າສູ່ການເຄື່ອນໄຫວ ໃນເດືອນຕຸລາ 2018.


ຕອບກັບ

ຂ່າວ/ບົດ​ອື່ນ