ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ກ​ຳ​ປູ​ເຈຍ ສະ​ເໜີ​ຍູ້​ໄວ​ການ​ເຈ​ລະ​ຈ​າ​ເພື່​ອ​ສ້າງ COC ກ່​ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກໃຫ້​ສ​ຳ​ເລັດ​ໂດຍ​ໄວ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ກຳປູເຈຍ ໃນລະຫວ່າງວັນທີ 15 ຫາ 19 ມັງກອນ, ວັນທີ 17 ມັງກອນ, ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ເພື່ອແລກປ່ຽນກ່ຽວກັບບັນຫາ ມຽນມາ, ທະເລຕາເວັນອອກ ແລະ ເລື່ອງ ຕີມໍເລສເຕ ກາຍເປັນສະມາຊິກ ອາຊຽນ. 
ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ກ​ຳ​ປູ​ເຈຍ ສະ​ເໜີ​ຍູ້​ໄວ​ການ​ເຈ​ລະ​ຈ​າ​ເພື່​ອ​ສ້າງ COC ກ່​ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກໃຫ້​ສ​ຳ​ເລັດ​ໂດຍ​ໄວ - ảnh 1ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ພົບປະ ແລະ ເຮັດວຽກກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen (ພາບ: VOV)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ຍົກອອກ 3 ຈຸດປະສົງຫຼັກໃຫ້ແກ່ການຢ້ຽມຢາມ ມຽນມາ ໃນເວລາໃກ້ໆນີ້: ທີ 1 ແມ່ນການປະສານງານຕໍ່ຄຳສັ່ງຢຸດຍິງ; ທີ 2 ແມ່ນສະໜອງການໜູນຊ່ວຍມະນຸດສະທຳ ແລະ ທີ 3 ແມ່ນເປີດຊ່ອງທາງໃຫ້ ທູດພິເສດຂອງປະທານ ອາຊຽນ ຮັບຜິດຊອບກ່ຽວກັບ ມຽນມາ; ພ້ອມທັງສະແດງຄວາມຂອບໃຈທ່ານ ເລຂາທິການໃຫຍ່ ອາຊຽນ ກ່ຽວກັບການສະໜັບສະໜູນສະເຫຼີມສະຫຼອງຖະແຫຼງການຂອງບັນດາຝ່າຍກ່ຽວກັບທະເລຕາເວັນອອກ (DOC) ຄົບຮອບ 20 ປີ ແລະ ສະເໜີຍູ້ໄວການເຈລະຈາເພື່ອສ້າງ COC ກ່ຽວກັບທະເລຕາເວັນອອກໃຫ້ສຳເລັດໂດຍໄວ.

        ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ກຳປູເຈຍ ໃນປີປະທານ ອາຊຽນ 2022 ແລະ ໃຫ້ຄຳໝັ້ນສັນຍາວ່າຈະສົມທົບຢ່າງແໜ້ນແຟ້ນກັບ ກຳປູເຈຍ ແລະ ສະໜອງສະຖານທີ່ຈັດຕັ້ງບັນດາກອງປະຊຸມແນໃສ່ຍູ້ໄວການເຈລະຈາ COC. ສຳລັບບັນຫາ ຕີມໍເລສເຕ, ທ່ານ Dato Lim Jock Hoi ໃຫ້ຮູ້ວ່າ, ຄະນະເລຂາທິການ ອາຊຽນ ຈະສືບຕໍ່ໜູນຊ່ວຍ, ພິເສດແມ່ນກໍ່ສ້າງກຳລັງຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ ຕີມໍເລສເຕ, ໃນນັ້ນໄດ້ເນັ້ນໜັກວ່າຕ້ອງເບິ່ງການພັດທະນາໃນວຽກໃຫ້ ຕີມໍເລສເຕ ສາມາດກຽມພ້ອມເພື່ອກາຍເປັນສະມາຊິກ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ