ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ບຣາຊິນ

(VOVWORLD) - ລັດຖະບານ ບຣາຊິນ ຈະປະຕິບັດສຳເລັດວິວັດການຮັບຮອງກົດລະບຽບການເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ
ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ບຣາຊິນ - ảnh 1ການຕ້ອນຮັບທີ່ສຳນັກງານລັດຖະບານ
(ພາບ:TTXVN)

ຕອນເຊົ້າວັນທີ 28 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Luciana Santos, ລັດຖະມົນຕີກະຊວງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ບຣາຊິນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ: ລັດຖະບານ ບຣາຊິນ ຈະປະຕິບັດສຳເລັດວິວັດການຮັບຮອງກົດລະບຽບການເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ, ເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ກ່ຽວກັບເສດຖະກິດ, ການຄ້າ ໃຫ້ເລິກເຊິ່ງກ່ວາອີກ, ສ້າງຄວາມສະດວກໃຫ້ແກ່ການແກ້ໄຂບັນດາບັນຫາປ້ອງກັນດ້ານການຄ້າຢ່າງຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ບຣາຊິນ ເອົາໃຈໃສ່ພິເສດເຖິງການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ: ການນຳຂັ້ນສູງ ຫວຽດນາມ ປາດຖະໜາຢາກຕ້ອນຮັບທ່ານປະທານາທິບໍດີ ບຣານຊິນ Lula da Silva, ຢ້ຽມຢາມ ຫວຽດນາມ ໃນປີໜ້າ, ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1989 – 2024).

        ທ່ານນາງລັດຖະມົນຕີ Luciana Santos ໃຫ້ຮູ້ວ່າ: ຜ່ານການເຈລະຈາກັບ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ສອງຝ່າຍໄດ້ເຫັນດີເປັນເອກະພາຊຸກຍູ້ການຮ່ວມມືໃນບັນດາຂົງເຂດເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນຂຶ້ນ…

ຕອບກັບ

ຂ່າວ/ບົດ​ອື່ນ