ນາຍົກລັດຖະມົນຕີ ຟ້າມມິງຈີງ ປະກາດເລີ່ມລົງມືກໍ່ສ້າງ 3 ໂຄງການຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ

(VOVWORLD) -ຕອນເຊົ້າວັນທີ 18 ມິຖຸນານີ້, ຢູ່ນະຄອນໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ປະກາດເລີ່ມລົງມືກໍ່ສ້າງ ໂຄງການເສັ້ນທາງອ້ອມເລກ 3 ນະຄອນ ໂຮ່ຈີມິນ, ໂຄງການລົງທຶນກໍ່ສ້າງທາງດ່ວນ ບຽນຮ່ວາ - ຫວຸງເຕົ່າ ແລະ ໂຄງການລົງທຶນກໍ່ສ້າງທາງດ່ວນແຄ໋ງຮ່ວາ - ບວນມາທວດ. ພິທີວາງສີລາລຶກໄດ້ຖືກເຊື່ອມຕໍ່ທາງອິນເຕີແນັດ ເຖິງ 2 ຈຸດຖ່າຍທອດສົດຄື: ແຂວງ ບາເຣ້ຍ - ວັງເຕົ່າ ແລະ ແຂວງ ດັກລັກ
ນາຍົກລັດຖະມົນຕີ ຟ້າມມິງຈີງ ປະກາດເລີ່ມລົງມືກໍ່ສ້າງ 3 ໂຄງການຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ກ່າວຄຳເຫັນທີ່ພິທີ

     ນີ້ແມ່ນ 3 ໂຄງການຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ ຊື່ງລວມຄວາມຍາວ 3 ເສັ້ນທາງແມ່ນ 247 ກິໂລແມັດ; ຍອດຈຳນວນເງິນລົງທຶນຂອງ 3 ໂຄງການແມ່ນກວ່າ 115 ພັນຕື້ດົງ (ເກືອບ 5 ຕື້ USD).

     ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກໄດ້ສືບຕໍ່ກຳນົດການກໍ່ສ້າງລະບົບພື້ນຖານໂຄງລ່າງທີ່ຄົບຊຸດເປັນໜຶ່ງໃນສາມບາດກ້າວບຸກທະລຸຍຸດທະສາດ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ໃນໄລຍະ 2000 – 2021, ທົ່ວປະເທດໄດ້ລົງທຶນ ແລະ ນຳເຂົ້າໃຊ້ການສຳລັບເສັ້ນທາງດ່ວນ ລວມຄວາມຍາວໄດ້ກວ່າ 1.160 ກິໂລແມັດເທົ່ານັ້ນ. ຂະນະທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງຄາດໝາຍຮອດປີ 2030, ທົ່ວປະເທດສູ້ຊົນໃຫ້ມີທາງດ່ວນທັງໝົດປະມານ 5.000 ກິໂລແມັດ. ດັ່ງນັ້ນ, ໃນໄລຍະ 2021 – 2030, ຕ້ອງລົງທຶນກໍ່ສ້າງທາງດ່ວນຫຼາຍທົບເກືອບ 4 ເທົ່າເມື່ອທຽບໃສ່ລວມຄວາມຍາວຂອງທາງດ່ວນ ທີ່ໄດ້ກໍ່ສ້າງ ໃນໄລຍະ 20 ປີຜ່ານມາ.

   ໂຄງການເສັ້ນທາງອ້ອມເລກ 3 ມີຄວາມຍາວ ທັງໝົດເກືອບ 80 ກິໂລແມັດ ແລ່ນຜ່ານນະຄອນ ໂຮ່ຈີມິນ, ແຂວງ ດົ່ງນາຍ, ແຂວງ ບິ່ງເຢືອງ ແລະ ແຂວງ ລອງອານ. ຄາດວ່າຈະກໍ່ສ້າງສຳເລັດໂດຍພື້ນຖານໃນປີ 2025 ແລະ ເລີ່ມນຳເຂົ້າໃຊ້ການນັບແຕ່ປີ 2026. ໂຄງການທາງດ່ວນບຽນຮ່ວາ - ຫວຸງເຕົ່າໄລຍະ 1 ມີຄວາມຍາວກວ່າ 50 ກິໂລແມັດ. ຄາດວ່າ, ພາຍຫຼັງກໍ່ສ້າງທາງດ່ວນສາຍນີ້ສຳເລັດແລ້ວ, ເວລາຂັບລົດຈາກນະຄອນໂຮ່ຈິມິນຫາແຂວງບາເຣ້ຍ-ວຸງເຕົ່າຈະຖືກຫຼຸດລົງ, ໃຊ້ພຽງປະມານ 70 ນາທີເທົ່ານັ້ນແທນທີ່ 150 ນາທີຄືປະຈຸບັນ. ໂຄງການທາງດ່ວນ ແຄ໋ງຮ່ວາ-ບວນມາທວດ ມີຄວາມຍາວເກືອບ 120 ກິໂລແມັດ. ຕາມແຜນການແລ້ວ, ຮອດປີ 2025, ໂຄງການຈະກໍ່ສ້າງບາງຕອນຂອງເສັ້ນທາງໃຫ້ສຳເລັດໂດຍພື້ນຖານ ແລະ ສຳເລັດການກໍ່ສ້າງທົ່ວເສັ້ນທາງໃນປີ 2026 ແລະ ນຳໂຄງການທັງໝົດເຂົ້າໃຊ້ການໃນປີ 2027.

   
ນາຍົກລັດຖະມົນຕີ ຟ້າມມິງຈີງ ປະກາດເລີ່ມລົງມືກໍ່ສ້າງ 3 ໂຄງການຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ກ່າວຄຳເຫັນທີ່ພິທີ

       ຕອນບ່າຍວັນດຽວກັນ, ກະຊວງຄົມມະນາຄົມຂົນສົ່ງໄດ້ເປັນປະທານ ແລະ ສົມທົບກັບແຂວງແຄ໋ງຮ່ວາ ແລະ ບິ່ງທ້ວນ ຈັດພິທີເປີດນຳໃຊ້ 2 ໂຄງການພາກສ່ວນລົງທຶນກໍ່ສ້າງທາງຕອນ ຍາຈາງ - ກາມເລີມ ແລະ ວິງຫາວ - ຟານທຽດ. ຢູ່ຈຸດຖ່າຍທອດສົດທີ່ແຂວງແຄ໋ງຮ່ວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຂົ້າຮ່ວມ.

    ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢືນຢັນວ່າ:ແລວທາງການຂົນສົ່ງເໜືອ-ໃຕ້ ຍາມໃດກໍມີບົດບາດສຳຄັນທີ່ສຸດ, ແມ່ນກະດູກສັນຫຼັງ ແລະ ເປັນແລວທາງຂົນສົ່ງເໜືອ-ໃຕ້ຂອງປະເທດຍາມໃດກໍມີບົດບາດສຳຄັນທີ່ສຸດ, ທັງແມ່ນແລວເສດຖະກິດທີ່ສຳຄັນ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ການນຳເຂົ້າໃຊ້ການສຳລັບ 2 ໂຄງການກໍ່ສ້າງທາງຕອນ ຢາຈາງ - ກາມເລີມ ແລະ ວິງຫາວ - ຟານທຽດ ດ້ວຍຄວາມຍາວທັງໝົດ 150 ກວ່າກມ;ໄດ້ຍົກຍອດຄວາມຍາວຂອງເສັ້ນທາງດ່ວນເໜືອ-ໃຕ້ຂຶ້ນເປັນ 954 ກິໂລແມັດ.

     ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ການກໍ່ສ້າງສຳເລັດທາງດ່ວນ 2 ສາຍ:ຍາຈາງ - ກາມເລີມ ແລະ ວິງຫາວ - ຟານທຽດ ມີບົດບາດ ແລະ ຄວາມໝາຍສຳຄັນໃນການພັດທະນາເສດຖະກິດສັງຄົມຂອງແຂວງ ແຄ໋ງຮ່ວາ ແລະ ບິ່ງທ້ວນເວົ້າສະເພາະ, ເວົ້າລວມແມ່ນຂອງເຂດແຄມທະເລຕອນໃຕ້ພາກກາງແລະຂອງປະເທດຊາດ .

ຕອບກັບ

ຂ່າວ/ບົດ​ອື່ນ